ໂຮງຮຽນສິລະປະແຫ່ງຊາດ ມອບໃບປະກາສະນິຍະບັດໃຫ້ນັກສຶກສາ

  ໃນວັນທີ 6 ສິງຫາ 2020 ໂຮງຮຽນສິລະປະແຫ່ງຊາດໄດ້ຈັດພິທີປິດສົກຮຽນ 2019-2020, ພ້ອມມອບໃບປະກາສະນິຍະບັດໃຫ້ນັກຮຽນ-ນັກສຶກສາຮຸ່ນ 31 ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ), ພ້ອມດ້ວຍຄູ-ອາຈານ-ນັກຮຽນ-ນັກສຶກສາເຂົ້າຮ່ວມ.

  ທ່ານ ຕ່ວນ ມວນຈັນ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ-ຄະນະນຳກະຊວງ ຖວທ ໂຮງຮຽນສິລະປະແຫ່ງຊາດໄດ້ເຄື່ອນໄຫວ, ຄຸ້ມຄອງ, ນຳພາຈັດຕັ້ງປະຕິບັດບັນດາວຽກງານຮອບດ້ານຂອງໂຮງຮຽນໃນນັ້ນໄດ້ເອົາໃຈໃສ່ນຳພາວຽກ ງານການເມືອງແນວຄິດເປັນສຳຄັນ, ເປັນວຽກງານຈຸດສຸມຕົ້ນຕໍເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ກົດໝາຍ ແລະລະບຽບການຕ່າງໆເຂົ້າໃສ່ວຽກງານຕົວຈິງ,ພ້ອມນັ້ນໂຮງຮຽນສິລະປະແຫ່ງຊາດຍັງໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ, ມີຄວາມອຸ່ນອ່ຽງ, ທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານ, ພ້ອມກັນຜ່ານຜ່າທຸກອຸປະສັກ, ຂໍ້ຫຍຸ້ງຍາກຕ່າງໆນາໆ ອັນໄດ້ເຮັດໃຫ້ແຜນການສຶກສາໃນສົກປີນີ້ບັນລຸຜົນສຳເລັດຕາມຄາດໝາຍເປັນຢ່າງດີ, ສຳລັບທິດທາງແຜນການໃນຕໍ່ໜ້າໂຮງຮຽນສິລະປະແຫ່ງຊາດຈະສູ້ຊົນຍົກຖານະໂຮງຮຽນຂຶ້ນເປັນສະຖາບັນສິລະປະການສະແດງແຫ່ງ ຊາດ, ສູ້ຊົນເປີດການຮຽນ-ການສອນລະດັບປະລິນຍາຕີສິລະປະການສະແດງ ແລະສ້າງລາຍການສະແດງໃໝ່ໃຫ້ມີຄວາມຫຼາກຫຼາຍເພື່ອຮັບໃຊ້ໜ້າທີ່ການເມືອງ ແລະສັງຄົມທັງພາຍໃນ ແລະຕ່າງປະເທດ.

  ໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ກໍໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ໂຮງຮຽນສິລະປະແຫ່ງຊາດຍາດມາໄດ້ໃນຕະຫຼອດໄລຍະ 1 ປີ ຜ່ານມາ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄູ-ອາຈານ ແລະນັກຮຽນ-ນັກສຶກສາທີ່ໄດ້ສຸມກຳລັງແຮງ, ສຸມທຸກສະຕິປັນຍາເຂົ້າໃສ່ການຮຽນ-ການສອນຈົນສາມາດຍາດໄດ້ຜົນສຳເລັດເປັນຢ່າງດີ, ພ້ອມທັງເນັ້ນໃຫ້ໂຮງຮຽນສິລະປະແຫ່ງຊາດເອົາໃຈໃສ່, ສູ້ຊົນຍົກລະດັບຈາກໂຮງຮຽນໃຫ້ກາຍເປັນສະຖາບັນໃຫ້ປະກົດຜົນເປັນຈິງໃນໄວໆນີ້, ໃຫ້ຄູ-ອາຈານຕັ້ງໜ້າປະຕິບັດວຽກງານທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບສູງ, ມີຄວາມໂປ່ງໃສ່, ຊື່ສັດ, ບໍລິສຸດ, ພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ນັກສຶກສາທີ່ສຳເລັດການສຶກສາໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສສືບຕໍ່ນຳເອົາບົດຮຽນ, ເອົາຄວາມຮູ້,ຄວາມສາມາດທີ່ໄດ້ຮຽນມາໄປຈັດຕັ້ງປະຕິບັດເພື່ອປະກອບເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເລື້ອຍໆ.

___________

ໜັງສືພິມເສດຖະກິດ-ສັງຄົມ