ສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ຕ່າງປະເທດ

 ວັນທີ 6 ສິງຫາ 2020 ທີ່ໂຮງຮຽນມັດທະຍົມສົມບູນສັນຕິພາບນະຄອນຫຼວງພະບາງ ແຂວງຫຼວງພະບາງ ພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງໄດ້ຈັດສອບເສັງຄັດເລືອກນັກຮຽນໄປຮຽນຕໍ່ວິຊາຊີບໃນລະດັບຕ່າງໆທີ່ ສສ ຫວຽດນາມ ແລະສປ ຈີນ ປະຈຳສົກຮຽນ 2020-2021 ໂດຍເປັນກຽດຕັດຊອງຫົວບົດສອບ ເສັງຂອງທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງພະບາງ,ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງອະຊີວະສຶກສາ ແລະການສຶກສາຊັ້ນສູງ, ພ້ອມດ້ວຍພະນັກງານວິຊາການ, ຄະນະກຳມະການຮັບຜິດຊອບ, ກຳມະການເຝົ້າຫ້ອງ ແລະນັກສອບເສັງເຂົ້າຮ່ວມ.

  ການຈັດການສອບເສັງຄັ້ງນີ້ເພື່ອເປັນການຄັດເລືອກເອົານັກຮຽນທີ່ຮຽນຈົບຊັ້ນມັດຖະຍົມປາຍ ມ7 ເຂົ້າຮຽນຕໍ່ວິຊາຊີບໃນລະດັບ ຕ່າງໆຢູ່ ສສ ຫວຽດນາມ ແລະ ສປ ຈີນປະຈຳສົກຮຽນ 2020-2021 ຊຶ່ງມີນັກສອບເສັງເຂົ້າຮ່ວມທັງໝົດ 426 ຄົນ, ຍິງ 170 ຄົນ, ມີຫ້ອງສອບເສັງ 22 ຫ້ອງ,ແຕ່ລະຫ້ອງມີອະນຸກຳມະການເຝົ້າຫ້ອງ 2 ທ່ານ ແລະ ໄດ້ກຳນົດສອບ ເສັງໃນ 4 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຊີວະສາດ ແລະພູມສາດ, ໂດຍຈະບັນຈຸເຂົ້າບັນດາແຂວງທີ່ໃຫ້ທຶນຄື: ແຂວງທ້າຍຫງວ່ຽນ ສສ ຫວຽດນາມ ປະກອບມີ 8 ສາຂາວິຊາຮຽນໃນລະບົບຊັ້ນສູງ, ດ່ຽນບ່ຽນ 6 ສາຂາວິຊາ (ລະບົບຊັ້ນສູງ), ເຊີນລາ 20 ສາຂາວິຊາລະບົບປະລິນ ຍາຕີ ແລະ 18 ສາຂາວິຊາຊັ້ນສູງ, ສ່ວນ ສປ ຈີນ ແຂວງເສສວນ ປະກອບມີ 11 ສາຂາວິຊາຮຽນ (ລະບົບຊັ້ນສູງ), ວິທະຍາໄລເຕັກນິກເລີຊານມີ 40 ທຶນໃນນັ້ນໃນແຜນ 20 ທຶນ, ນອກແຜນ 20 ທຶນ, ຊຸຍໂຈ ມີ 2 ສາຂາວິຊາຮຽນໃນນັ້ນຊັ້ນສູງ 46 ທຶນ.

  ສຳລັບປີກຽມພາສາແມ່ນກຸ້ມຕົນເອງ, ຖ້າເສັງຜ່ານ 4G ແມ່ນຈະໄດ້ຮັບທຶນການສຶກສາ, ວິທະຍາໄລນະຄອນພູເອີ ມີ 16 ສາຂາວິຊາຮຽນໃນນັ້ນປະລິນຍາຕີ 8 ທຶນ, ຍົກເວັ້ນຄ່າຮຽນ ແລະຄ່າຫໍພັກ,ນອກຈາກນີ້ຍັງມີບາງແຂວງ ຫຼືສະຖາບັນການສຶກສາຍັງບໍ່ທັນແຈ້ງທຶນການສຶກສາເນື່ອງຈາກການແຜ່ລະບາດຂອງພະຍາດໂຄ ວິດ-19 ເຊັ່ນ: ແຂວງກວາງນິງ ສສ ຫວຽດນາມມີ 30 ທຶນ (ປະລິນຍາຕີ), ແຂວງຟູຈ້ຽນ ສປ ຈີນ, ອະຊີວະສຶກສາຊຽງຮຸ່ງກິ່ງສິບສອງພັນນາ 40 ທຶນ (ຊັ້ນກາງ) ແລະ ວິ ທະຍາໄລເຕັກນິກສິບສອງພັນນາ ສປ ຈີນ.

___________

ໜັງສືພິມເສດຖະກິດ-ສັງຄົມ