ຄວາມຈິງເຫດຄົນຈົມນໍ້າເສຍຊີວິດຢູ່ຄອງບືງທາດຫຼວງ

  ພັທ ຊື່ວ່າງ ກາລໍ່ ຫົວໜ້າ ປກສ ກຸ່ມວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ພາຍຫຼັງໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານຮ່ອງສຸພາບ ເມືອງໄຊເສດຖາວ່າ: ມີເຫດການຄົນຈົມນໍ້າເສຍຊີວິດຢູ່ຄອງນໍ້າບຶງທາດຫຼວງລະຫວ່າງວັດຮ່ອມສຸພາບແລະພັດຕະຄານແກ້ວມີໄຊໃນວັນທີ 5 ສິງຫາ 2020, ປກສ ກຸ່ມວັງຊາຍຈຶ່ງໄດ້ປະສານສົມທົບຫາ ປກສ ເມືອງໄຊເສດຖາ ແລະ ພະແນກນິຕິເວດຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ລົງໄປຊັນລະສູດຊາກສົບຢູ່ສະ ຖານທີ່ພົບເຫັນ.

   ຜົນການຊັນລະສູດຂອງເຈົ້າໜ້າທີ່ບໍ່ພົບເຫັນຮ່ອງຮອຍການທໍາຮ້າຍຮ່າງກາຍຈຶ່ງໄດ້ມອບໃຫ້ໜ່ວຍງານກູ້ໄພເອົາສົບໄປໄວ້ໂຮງໝໍມະໂຫສົດຕໍ່ມາເວລາປະມານ 14: 00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ຈຶ່ງຮູ້ໄດ້ວ່າຜູ້ເສຍຊີວິດຊື່ ນາງ ຕຸ້ມ ອາຍຸ 44 ປີ ອາຊີບກໍາມະກອນຂຶ້ນສຳມະໂນຄົວນຳເອື້ອຍຊື່ນາງ ບົວລອຍ ຢູ່ບ້ານໂນນຄໍ້ເໜືອ ເມືອງໄຊ ເສດຖານະຄອນຫຼວງວຽງຈັນ, ຊຶ່ງຜູ້ກ່ຽວໄດ້ມາພັກເຊົາ (ເຝົ້າດິນໃຫ້ພໍ່ຕູ້ຄຳແພງ ), ຢູ່ໜ່ວຍ 8 ບ້ານວັງຊາຍເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະຜູ້ກ່ຽວໄດ້ຫາຍຕົວໄປໃນເວລາ 15:00 ໂມງຂອງວັນທີ 4 ສິງຫາ 2020 ຄາດວ່າຜູ້ກ່ຽວໄປເກັບຜັກຕາມແຄມຮ່ອງແລ້ວພາດທ່າຕົກລົງນໍ້າຈົນເສຍຊີວິດ ແລະຢັ້ງຢືນວ່າ: ຜູ້ກ່ຽວບໍ່ແມ່ນຕໍາຫຼວດດັ່ງຂ່າວສື່ໃນໂຊຊ້ຽວ, ສ່ວນການນຸ່ງໂສ້ງຕຳຫຼວດ ແລະໃສ່ເສື້ອຊາວໜຸ່ມນັ້ນອາດຈະແມ່ນຄົນຮັກແພງເອົາໃຫ້ຍ້ອນຜູ້ກ່ຽວເປັນຄົນທຸກຍາກ (ບໍ່ມີຄອບຄົວ) ຄົນທີ່ພົບສົບ ນາງ ຕຸ້ມ ແມ່ນພໍ່ຕູ້ທອງ ອາຍຸ 68 ປີປະຊາຊົນບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຊຶ່ງຜູ້ກ່ຽວໄດ້ເຂົ້າແຈ້ງຄວາມຕໍ່ອໍານາດການປົກຄອງບ້ານຮ່ອງສຸພາບໃນວັນທີ 5 ສິງຫາ 2020 ເວລາປະມານ 07:30 ໂມງ ຕໍ່ກັບເຫດການດັ່ງກ່າວປະຈຸບັນ, ຍາດພີ່ນ້ອງໄດ້ນໍາເອົາສົບຂອງຜູ້ກ່ຽວໄປບຳເພັນກຸສົນຕາມຮີດຄອງປະເພນີແລ້ວ.