ດາກຈຶງ ລະດົມການລົງທຶນໄດ້ເກືອບ 75 ຕື້ກີບ

 ເມືອງດາກຈຶງ ແຂວງເຊກອງ ສາມາດລະດົມທຶນຈາກ 5 ແຫຼ່ງທຶນພັດທະນາເສດຖະກິດ-ສັງຄົມ, ຂະນະທີ່ມີຫຼາຍໂຄງການປະຕິບັດຊັກຊ້າເນື່ອງຈາກເປັນເຂດພູດອຍເສັ້ນທາງຄົມມະນາຄົມຫຍຸ້ງຍາກ ແລະນີ້ຄືຈຸດທີ່ຫ້ອງການແຜນການ ແລະການລົງທຶນຈະສຸມໃສ່ຄຸ້ມຄອງຊຸກຍູ້ຜູ້ລົງທຶນປະຕິບັດໃຫ້ດີຂຶ້ນ.


  ທ່ານ ສຸກກະເສີມ ກຸນຄໍາເມີ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ: ປີນີ້ສະພາແຫ່ງຊາດອະນຸມັດໂຄງການລົງທຶນຢູ່ ເມືອງຂອງຕົນ 39 ໂຄງການມູນຄ່າກວ່າ 63,8 ຕື້ກີບ ໃນນີ້ມີ 9 ໂຄງການສືບຕໍ່ 18 ຕື້ກວ່າກີບ, ໂຄງການຟື້ນຟູຫຼັງໄພພິບັດ 15 ໂຄງການ 6 ຕື້ກວ່າກີບ ແລະການຊຳລະໜີ້ 15 ໂຄງການ 39 ຕື້ກວ່າກີບ, ຂະນະດຽວກັນກໍ່ມີ 12 ໂຄງການມູນຄ່າ 1,6 ຕຶ້ກີບ ເປັນການສົມທົບທຶນລະຫວ່າງລັດ ແລະ ຕ່າງປະເທດເຊັ່ນທຶນສົມທົບ

ກັບເມືອງແຮກສ່ຽວກວາງນາມ, ທຶນພັດທະນາເມືອງ ຫຼື DDF, ທຶນພັດທະນາທ້ອງຖິ່ນຂອງລັດຖະບານ ແລະ ທຶນຫຼຸດຜ່ອນຄວາມທຸກຍາກ, ສ່ວນທຶນຊ່ວຍເຫຼືອພັດ ທະນາ ຫຼື ODA ມີ 3 ໂຄງການ ມູນຄ່າ 8 ຕື້ກວ່າກີບ ໃນນີ້ເປັນທຶນຈາກໂຄງການຟິບສຸມໃສ່ຟື້ນຟູປ່າໄມ້, ທຶນຊ່ວຍເຫຼືອຈາກສະມາຄົມລາວ-ເຢຍລະມັນສຸມໃສ່ປັບປຸງພື້ນຖານໂຄງລ່າງການສຶກສາ,ທຶນຈາກອົງການແຄນາໆຊາດສຸມໃສ່ສົ່ງເສີມການປູກການລ້ຽງຂອງປະຊາຊົນ, ຂະນະທີ່ພາກເອກະຊົນ ມີ 4 ໂຄງການ ມູນຄ່າ 1 ຕື້ກວ່າກີບ ໃນນີ້ມີໂຄງການປູກມັນຝຣັ່ງ, ໂຄງການລ້ຽງງົວໂຄເບຢູ່ບ້ານດາກບອງ, ໂຄກງານປູກໂສມງັກລິງ ແລະໂຄງການປູກຕົ້ນໄມ້ອຸດສາຫະກຳ, ນອກນີ້ປະຊາຊົນຍັງໄດ້ປະ ກອບທຶນພັດທະນາພື້ນຖານໂຄງລ່າງການຜະລິດ ແລະການສຶກສາ 4 ໂຄງການ 59 ລ້ານກວ່າກີບ ແລະທຶນສິນເຊື່ອຂອງທະນາຄານ 1,2 ຕື້ກີບ.


 ທ່ານ ສຸກກະເສີມ ກຸນຄໍາເມີ ກ່າວຕື່ມວ່າ: ເຖິງວ່າມີຫລາຍພາກສ່ວນລົງທຶນ, ແຕ່ກໍ່ປະສົບຄວາມຫຍຸ້ງຍາກຫຼາຍເປັນຕົ້ນບາງໂຄງການຂອງລັດປະຕິບັດຊັກຊ້າການຄິດໄລ່ອອກແບບບໍ່ສອດຄ່ອງກັບຄວາມເປັນຈິງ, ບາງໂຄງການຂອງເອກະຊົນມີແຕ່ຊື່ ແລະອື່ນໆ ຊຶ່ງທັງໝົດນີ້ຈະໄດ້ສຸມໃສ່ຄຸ້ມຄອງທຸກໂຄງການລົງທຶນໃຫ້ດີຂຶ້ນກວ່າເກົ່າທັງຈະສຸມໃສ່ລະດົມການລົງທຶນໃຫ້ໄດ້ຫຼາຍກວ່ານີ້ເພື່ອພັດທະນາການທ່ອງທ່ຽວທາງທຳມະຊາດ,ສົ່ງເສີມການບໍລິການຂອງຄອບຄົວປະຊາຊົນຕາມແຄມທາງ 16 ເບ ແລະສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການລົງທຶນຢ່າງມີປະສິດທິພາບ.

-----------------

ຮູບຂ່າວພາບ#ຫນັງສືພິມເສດຖະກິດສັງຄົມ