ເກີດເຫດປະທ້ວງຢູ່ລີບັງໄດ້ຮັບບາດເຈັບ 238 ຄົນ

  ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານສະພາແຫ່ງຊາດຢູ່ລີບັງບັງຄັບໃຫ້ຕຳຫຼວດຕ້ອງຍິງແກັດນໍ້າຕາເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງຊຶ່ງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 238 ຄົນ.

  ຕາມຂ່າວສານຫວຽດນາມລາຍງານວ່າອົງການສະພາກາແດງລີບັງໃຫ້ຮູ້ວ່າ, ມີຜູ້ຮັບບາດເຈັບ 238 ຄົນໃນບັນດາການແຫ່ຂະບວນປະທ້ວງໃນບັນດາເຫດປະທະກັນກ່ຽວຂ້ອງເຖິງການແຫ່ຂະບວນປະທ້ວງຢູ່ໃຈກາງນະຄອນຫຼວງເບຣຸດ. ກ່ອນໜ້ານັ້ນ, ມີ 10.000 ຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງໃຈກາງນະຄອນຫຼວງເບຣຸດ, ສະ ແດງການຄັດຄ້ານວົງການເຈົ້າໜ້າທີ່ປະເທດນີ້ມີສ່ວນກ່ຽວຂ້ອງເຖິງເຫດລະເບີດຢ່າງຮ້າຍແຮງຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 158 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 6.000 ຄົນ, ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານສະພາແຫ່ງຊາດ ບັງຄັບໃຫ້ຕຳຫຼວດຕ້ອງຍິງແກັດນໍ້າຕາເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງ. ເພື່ອໂຕ້ຕອບຄືນບັນດາຜູ້ແຫ່ຂະບວນປະທ້ວງໄດ້ແກວ່ງຫີນໃສ່ກຳລັງປ້ອງກັນຄວາມສະຫງົບໃນຄວາມານະພະຍາຍາມເຂົ້າໃກ້ກັບຫໍສະພາແຫ່ງຊາດ.

  ວັນທີ 09 ສິງຫາ, ບັນດານັກອຸປະຖຳສາກົນໄດ້ຈັດກອງປະຊຸມທາງອອນລາຍໜູນຊ່ວຍລີບັງພາຍຫຼັງເກີດເຫດລະເບີດຢູ່ເບຣຸດເມື່ອວັນທີ 04 ສິງຫາ ຜ່ານມາ, ທີ່ກໍ່ວິກິດການທາງດ້ານເສດຖະກິດຢ່າງຮ້າຍແຮງ.

--------------

ໜັງສືພິມເສດຖະກິດ-ສັງຄົມ