ສກຂ ແຂວງເຊກອງ ປະກາດພະນັກງານອອກພັກຜ່ອນຮັບເບ້ຍບໍານານ

 ພິທີປະກາດພະນັກງານສຶກສາທິການ ແລະກີລາແຂວງເຊກອງອອກພັກຜ່ອນ-ຮັບເບ້ຍບໍານານຈໍານວນ 7 ທ່ານ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ສິງຫາ ຜ່ານມາທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງເຊກອງ,ມີຄະນະພັກຮາກຖານຄະນະອໍານວຍການໂຮງຮຽນເຕັກນິກ -ວິຊາຊີບແບບປະສົມ, ໂຮງຮຽນ ມ ປາຍ, ໂຮງຮຽນອະນຸບານແຂວງ, ແຂກຖືກເຊີນ ແລະພ້ອມດ້ວຍພະນັກງານຄູ-ອາຈານເຂົ້າຮ່ວມ.

  ທ່ານ ຄຳໄພ ສິມມະວັດ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງເຊກອງ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາວ່າດ້ວຍການ ອະນຸມັດໃຫ້ພະນັກງານ-ລັດຖະກອນໃນຈຳນວນ 7 ທ່ານ, ຍິງ 2 ທ່ານ ເຫັນດີອອກພັກຜ່ອນ-ຮັບອຸດໜູນເບ້ຍບໍານານຄື: ທ່ານ ບຸນເນົາ ພົມມະວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ, ທ່ານ ວັນນາ ສັກດານະຄອນ ຜູ້ອຳນວຍການສັງກັດຢູ່ໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມ, ທ່ານ ບົວເຊີຍ ມະໄລສັກ ຮອງຫົວ ໜ້າຂະແໜງ, ທ່ານ ນີຄອນ ວົງແສງພິກສະຫວາດ ພະນັກງານວິຊາການ, ທ່ານ ແສງຄຳ, ພະນັກງານວິຊາການສັງກັດຢູ່ສູນຝຶກອົບຮົມພາສາຫວຽດນາມທ່ານ ນາງ ວຽງສອນ ອຸດາວອນ ຜູ້ອຳນວຍການໂຮງຮຽນອະນຸບານສຶກສາແຂວງ, ທ່ານ ນາງ ເພັດສະໝອນ ຟອງມະນີພະນັກງານ ວິຊາການສັງກັດຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ.

  ໂອກາດນີ້ທ່ານເລຂາພັກແຂວງເຊກອງ, ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນ, ຜົນງານໃນແຕ່ລະດ້ານຂອງທັງ 7 ທ່ານ ທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນ: ແມ່ນການເຄື່ອນໄຫວນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານທີ່ໄດ້ຮັບການມອບໝາຍມີຜົນສໍາເລັດເປັນຢ່າງດີເອົາໃຈໃສ່ໃນການສິດສອນເປັນແບບ ຢ່າງທີ່ດີໃຫ້ແກ່ຄູອາຈານຮຸ່ນໜຸ່ມນ້ອຍ ແລະ ທ່ານຍັງໄດ້ກ່າວຮຽກຮ້ອງໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນພະແນກສຶກສາທິການ ແລະ ກີລາ ແຂວງ, ຈົ່ງນໍາເອົາເປັນແບບຢ່າງ, ເປັນແວງແຍງເພື່ອຝຶກຜົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ດີມີຄວາມຮູ້ຄວາມສາມາດ.