ວິທີກຳຈັດຂີ້ແມງວັນ ໄດ້ງ່າຍພຽງໃຊ້ສິ່ງຕໍ່ໄປນີ້

ແນ່ນອນວ່າຂີ້ແມງວັນມັນ ໄດ້ສ້າງຄວາມລຳບາກໃຈໃຫ້ກັບ ຄົນທີ່ມີ ໂດຍສະເພາະຖ້າຕຸ່ມພວກນີ້ໄປເກີດຢູ່ບ່ອນທີ່ບໍ່ຕ້ອງການໃຫ້ມີເຊັ່ນ: ບໍລິເວນໃບໜ້າເປັນຕົ້ນຈະມີຫຍັງແນ່ນັ້ນເຮົາມາອ່ານກັນເລີຍ

ສິ່ງທີ່ຕ້ອງມີ:

  1. - ປູນແດງ.
  2. - ຜົງດ່າງ.
  3. - ສະບູທຳມະດາ.
  4. - ໄມ້ຈິ້ມແຂ້ວ.

ວິທີນໍາໃຊ້: ນຳເອົາປູນແດງມາ ປະສົມກັບຜົງດ່າງ ຫຼື ສະບູໃນອັດ ຕາສ່ວນທີ່ເທົ່າກັນແລ້ວຕື່ມນ້ຳລົງ ໄປໜ້ອຍໜຶ່ງພໍໃຫ້ເປັນເນື້ອຄຣີມ ຂຸ້ນໆຫຼັງຈາກນັ້ນນໍາໄມ້ຈິ້ມແຂ້ວໄປຈຸ່ມໃນປູນແດງທີ່ປະສົມໄວ້ໃຫ້ ໄດ້ເປັນກ້ອນນ້ອຍໆ ຫຼື ຂະໜາດເທົ່າ ກັບເມັດຂີ້ແມງວັນ ແລະ ນຳໄມ້ຈິ້ມ ແຂ້ວໄປແປະບໍລິເວນຂີ້ແມງວັນ ແລະລໍຖ້າຈົນກວ່າຈະແຫ້ງເມື່ອແຫ້ງແລ້ວໃຫ້ລ້າງໜ້າດ້ວຍນ້ຳສະ ອາດ ຫຼື ເຊັດອອກດ້ວຍຜ້າສະອາດ ຄ່ອຍໆຈະສັງເກດເຫັນວ່າຂີ້ແມງ  ວັນຫຼຸດອອກໄປຈາກໃບໜ້າແຕ່ຖ້າ ຍັງບໍ່ຫຼຸດອາດຕ້ອງເຮັດຊ້ຳອີກໜຶ່ງ ຮອບ ແລະລໍຖ້າປະມານ 1 ອາທິດຂີ້ແມງວັນຈະຕົກສະເກັດ ແລະຫຼຸດອອກເອງຫ້າມແກະ ຫຼື ເກົາເດັດ ຂາດ.