ເລີໂນໂວເຜີຍໂສມ ໄອເດຍແພດສະລິມ 5 ໄອ ຄອມພິວເຕີຄຣີເອທີບລຸ້ນໃໝ່

 ເລີໂນໂວຜູ້ຜະລິດຄອມພິວເຕີສ່ວນບຸກຄົນ ແລະອຸປະກອນອັດສະລິຍະຊັ້ນນຳລະດັບໂລກປະກາດເປີດໂຕແລັບທ໋ອບ IdeaPad Slim 5i ໃນປະເທດໄທແລັບທ໋ອບລຸ້ນໃໝ່ນີ້ຖືກອອກແບບມາສຳລັບຄົນເຈນເນີເຣຊັນຊີ (Generation Z)ລວມທັງເຍົາວະຊົນລຸ້ນໃໝ່ທີ່ຕ້ອງການແລັບທ໋ອບທີ່ວ່ອງໄວທັງໃນດ້ານການປະມວນຜົນການເຊື່ອມຕໍ່ແລະຄວາມບັນເທີງແບບເຄື່ອນທີ່.

   Lenovo ປະເທດໄທໄດ້ເປີດໂຕ IdeaPad Slim 5i ລຸ້ນໃໝ່ທີ່ອອກແບບເພື່ອຄົນລຸ້ນໃໝ່ ແລະ ເຍົາວະຊົນທີ່ຕ້ອງການຄອມພິວເຕີທີ່ເຮັດວຽກໄດ້ໄວທັງໃນດ້ານ ການປະມວນຜົນການເຊື່ອມຕໍ່ ແລະຄວາມບັນເທີງເຄື່ອນທີ່ IdeaPad Slim 5i ມາພ້ອມຕົວເລືອກໂປຣ ເຊສເຊີສູງສຸດ Intel Core i7-1065G7 ເຈນເນີເຣຊັນທີ 10 ຕົວເລືອກໜ່ວຍຄວາມຈຳສູງສຸດ 16GB  DDR4 ແລະຕົວເລືອກຕົວຈັດເກັບຂໍ້ມູນ SSD PCle M.2  NVME ສູງເຖິງ 1TB ພ້ອມກຣາບຟິກ NVIDIA GeForce MX 350 ລ້າສຸດແບບ integrated ປະສິດທິພາບໄວຂຶ້ນເຖິງ 2,5 ເທົ່າ.

   ນອກຈາກສະເປັກທີ່ໄວແລ້ວການທີ່ໄດ້ WiFi6 ຈະເຮັດໃຫ້ການໃຊ້ງານອິນເຕີເນັດຕອບສະໜອງໄດ້ຢ່າງວ່ອງໄວເຖິງ 75% ສ່ວນລະບົບການສະແດງຜົນກັບໜ້າຈໍ ຂະໜາດ 15,6 ນິ້ວພ້ອມກັບ Active Area Ratio of 90% ແລະລຳໂພງ Dolby Audio ໃຫ້ຜູ້ໃຊ້ໄດ້ຮັບກັບຄວາມບັນເທີງຢ່າງພໍໃຈ.