ຫຼວງນໍ້າທາ ເກັບລາຍຮັບບໍ່ບັນລຸຕາມແຜນການ

 ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປະຈໍາປີ 2020 ຂອງພະແນກການເງິນແຂວງຫຼວງນໍ້າທາໃນ 6 ເດືອນຕົ້ນປີແມ່ນບໍ່ສາມາດບັນລຸໄດ້ຕາມແຜນການຊຶ່ງປະຕິບັດໄດ້ພຽງ122,56 ຕື້ກີບ ຫຼືເທົ່າກັບ 24% ຂອງແຜນການປີ, ສ່ວນລາຍຈ່າຍປະຕິບັດໄດ້ 146,75 ຕື້ກີບເທົ່າກັບ 41,04%.

  ທ່ານ ອ່ອນຈັນ ຄໍາພາວົງ ຫົວໜ້າພະແນກການເງິນແຂວງຫຼວງນໍ້າທາໃຫ້ຮູ້ວ່າ: ພະແນກການເງິນແຂວງຫຼວງນໍ້າທາປະກອບ ມີ 5 ຂະແໜງການຂຶ້ນກັບ (ສ່ວຍ ສາອາກອນປະຈຳແຂວງ, ຄັງເງິນແຫ່ງຊາດປະຈຳແຂວງ, ຄຸ້ມຄອງຊັບສິນຂອງລັດ, ກວດກາບັນຊີ) ແລະ ມີຫ້ອງການ-ການເງິນ 5 ເມືອງພະນັກງານ-ລັດຖະກອນທັງໝົດ 116 ຄົນ, ຍິງ 36 ຄົນ.ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະຄາດຄະເນສູ້ຊົນ 6 ເດືອນທ້າຍປີ 2020 ຄະນະພັກ-ຄະນະພະແນກໄດ້ປັບປຸງແບບແຜນວິທີເຮັດວຽກ, ປັບປຸງການຈັດຕັ້ງບາງຂະແໜງການ, ຫ້ອງການ-ການເງິນບາງເມືອງເພື່ອແນ່ໃສ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີປະສິດທິຜົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ຊຶ່ງໃນປີ 2020 ພະແນກການເງິນແຂວງຫຼວງນໍ້າທາໄດ້ຮັບຕົວເລກລາຍຮັບທັງໝົດ 476,86 ຕື້ກີບ,ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນ ຕົ້ນປີສາມາດປະຕິບັດໄດ້ທັງໝົດ 122,56 ຕື້ກີບເທົ່າກັບ 24% ຂອງແຜນການປີໃນນີ້ລາຍຮັບພູດສູນກາງ 95,05 ຕື້ກີບເທົ່າກັບ 26,88% ຂອງແຜນການປີ ແລະ ລາຍຮັບທ້ອງຖິ່ນປະຕິບັດໄດ້ 27,51 ຕື້ກີບເທົ່າກັບ 19,21% ຂອງແຜນການປີ.

 ດ້ານລາຍຈ່າຍປະຕິບັດໄດ້ 146,75 ຕື້ກີບເທົ່າກັບ 41,04% ຂອງແຜນການປີ, ລາຍຮັບດຸນດ່ຽງຈາກສູນກາງສາມາດປະຕິບັດ 119,24 % ຂອງແຜນການປີ, ຊຶ່ງສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍຂົງເຂດໄດ້ຮັບຜົນກະທົບການນຳເຂົ້າສິນ ຄ້າເຄື່ອງຂອງຜ່ານດ່ານຫຼຸດລົງ, ດ່ານທ້ອງຖິ່ນ, ດ່ານປະເພນີປິດຊົ່ວຄາວ ແລະບັນຫາອື່ນໆ.

  ຫົວໜ້າພະແນກການເງິນແຂວງຫຼວງນໍ້າທາໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄປຕາມແຜນ, ຄະນະພັກ-ຄະນະພະແນກການເງິນແຂວງໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນເອົາໃຈໃສ່ຊຸກຍູ້ວຽກງານການເມືອງແນວຄິດໃຫ້ພະນັກ ງານ-ລັດຖະກອນໃນຂະແໜງການເງິນໃຫ້ໜັກແໜ້ນ, ສືບຕໍ່ສຳຫຼວດຖານລາຍຮັບງົບປະມານເພີ່ມທະວີການຄຸ້ມຄອງການນຳເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆຜ່ານດ່ານຊາຍແດນ, ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການທີ່ວາງໄວ້.

____________

ຂຽນໂດຍ: ກິ່ງລັດຕະນະ. ໜັງສືພິມເສດຖະກິດ-ສັງຄົມ