ຫວຽດນາມສົ່ງອອກເຂົ້າບັນລຸ 1,9 ຕື້ໂດລາ

  ມູນຄ່າການສົ່ງອອກເຂົ້າຂອງ ສສ ຫວຽດນາມ ໃນໄລຍະ 8 ເດືອນຕົ້ນປີ 2020 ບັນລຸ 1,9 ຕື້ໂດລາສະຫະລັດ ຊຶ່ງຟິລິບປິນນໍາເຂົ້າຈາກຫວຽດນາມເປັນອັນດັບ 1.

  ຕາມຂ່າວສານຫວຽດນາມລາຍງານວ່ານັບແຕ່ຕົ້ນປີມາຮອດປະຈຸບັນທົ່ວປະເທດໄດ້ສົ່ງອອກເຂົ້າເກືອບ 3,9 ລ້ານໂຕນ ຄິດເປັນມູນຄ່າ1,9 ຕື້ໂດລາ ເຖິງວ່າປະລິມານຫຼຸດລົງແຕ່ຄິດໄລ່ດ້ານມູນຄ່າແມ່ນໄດ້ເພີ່ມຂຶ້ນເກືອບ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຊຶ່ງຟິລິບປິນຢືນອັນດັບທີ 1 ກ່ຽວກັບຕະຫຼາດສົ່ງອອກເຂົ້າຂອງຫວຽດນາມດ້ວຍອັດຕາສ່ວນການຕະຫຼາດກວມ 36,9%, ບັນດາຕະຫຼາດສົ່ງອອກທີ່ມີມູນຄ່າເພີ່ມຂຶ້ນຢ່າງແຮງທີ່ສຸດແມ່ນ: ເຊເນການ,ອິນໂດເນເຊຍ ແລະສປ ຈີນ.

  ຢູ່ພາຍໃນປະເທດ, ລາຄາເຂົ້າສານຢູ່ບັນດາແຂວງເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມໄດ້ເພີ່ມຂຶ້ນບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າການສົ່ງອອກເຂົ້າ ສານຂອງຫວຽດນາມ ແລະຕະຫຼາດເຂົ້າສານຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມໃນຊຸມເດືອນຂອງເຄິ່ງທ້າຍປີ 2020 ນີ້ ຈະສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າເພາະວ່າມີຫຼາຍປະເທດສົ່ງອອກເຂົ້າສານຫຼຸດປະລິມານລົງ.