ອີຢູອະນຸຍາດ 11 ປະເທດເດີນທາງເຂົ້າເອີຣົບໄດ້

  ວັນທີ 10 ສິງຫາທີ່ຜ່ານມາສະຫະພາບເອີຣົບ (ອີຢູປະກາດອະນຸຍາດໃຫ້ຜູ້ເດີນທາງຈາກ 11 ປະເທດນອກສະຫະພາບເອີຣົບເດີນທາງເຂົ້າເອີຣົບໄດ້.

  ຕາມຂ່າວຕ່າງປະເທດລາຍງານວ່າຄະນະລັດຖະມົນຕີແຫ່ງສະຫະພາບເອີຣົບໄດ້ເປີດເຜີຍລາຍຊື່ປະເທດທີ່ໄດ້ຮັບການຍົກເລີກຂໍ້ຈຳກັດທີ່ກຳນົດໃຊ້ຊົ່ວຄາວໃນການເດີນ ທາງເຂົ້າອີຢູຫຼັງຈາກໄດ້ທົບທວນສະຖານະການລະບາດວິທະຍາ ແລະ ມາດຕະການຄວບຄຸມພະຍາດລະບາດທົ່ວໂລກໂດຍລາຍຊື່ປະເທດປອດໄພທີ່ສຸດປະກອບມີ 11 ປະເທດຄື: ອົດສະຕຣາລີ, ການາດາ, ຈໍເຈຍ, ຍີ່ປຸ່ນ, ນູແວນເຊລັງ, ຣູວັນດາ, . ເກົາຫຼີ, ໄທ, ຕຸຍນີຊີ ແລະອູຣູກກວາຍເລີ່ມຕັ້ງແຕ່ວັນທີ 8 ສິງຫາທີ່ຜ່ານມາທັງຍັງອະນຸຍາດໃຫ້ຜູ້ອາໄສຢູ່ໃນ ສປ ຈີນ ເດີນທາງເຂົ້າມາທ່ອງທ່ຽວໃນອີຢູໄດ້ຖ້າຫາກຈີນຍອມຮັບຜູ້ເດີນທາງຈາກອີຢູເຊັ່ນກັນ.

   ໃນຂະນະນັ້ນ, ວັນທີ 8 ສິງຫາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ອອກຄຳສັ່ງດຳເນີນການປະຊາສຳພັນເພື່ອແນໃສ່ຮັບປະກັນການເປີດໂຮງ ຮຽນຢູ່ປະເທດນີ້ຄືນໃໝ່ກົງກັບໂອກາດເຂົ້າສົກຮຽນໃໝ່ໃນເດືອນກັນຍາຈະມາເຖິງນີ້.