ສະແນບດຣາກອນ 875 ພ້ອມໂມເດັມ 5ຈີ ອາດມີລາຄາສູງກວ່າປະຈຸບັນ

ດັ່ງທີ່ເຫັນກັນວ່າສະມາດ ໂຟນເຮືອທຸງຫຼາຍໆຍີຫໍ້ຫັນມາໃຊ້ ຊິບປະມວນຜົນSnapdragon 865+ ຊິບໂມເດັມ 5G ຂອງ Qualcomm ມີລາຄາສູງຂຶ້ນກໍໄດ້ແຕ່ຫວັງວ່າຊິບເຮືອທຸງລຸ້ນໃໝ່ ຄື Snapdragon 875 ຈະມີລາ ຄາທີ່ຖືກລົງກວ່າເກົ່າແຕ່ເບິ່ງແລ້ວ ວ່າຄວາມຝັນອາດບໍ່ເປັນຈິງກໍເປັນ ໄດ້.

 ສື່ຕ່າງປະເທດລາຍງານວ່າຊິບປະມວນຜົນ Snapdragon 875 ຈະມາພ້ອມກັບຊິບໂມເດັມ Snapdragon X60 5G ແບບຝັງໃນຕົວບໍ່ຕ້ອງຕິດຕັ້ງແຍກເໝືອນSnapd ragon 875 ຈະມາພ້ອມ ກັຊິປໂເດັມSnapdragon+Snapdragon X55 5G ແຕ່ ເຖິງຢ່າງນັ້ນກໍອາດຈະບໍ່ໄດ້ຊ່ວຍ ໃຫ້ລາຄາຖືກລົງເລີຍ.

 ຜູ້ໃຊ້ງານທະວິດເຕີເຊື່ອ SleepyKuma ລາຍງານວ່າ Snapdra gon 875 ມີຕົ້ນທຶນທີ່ສູງຂຶ້ນກວ່າ ເກົ່າ ໂດຍລາຄາແບບເຊຕ (ຊຶ່ງໜ້າ ຈະໝາຍເຖິງລວມໂມເດັມ 5G)ມີລາຄາຢູ່ທີ່ 250 ໂດລາສະຫະລັດແຕ່ຖ້າຫາກເປັນຊິບ Snapdra gon 875 ຢ່າງດຽວມີລາຄາຢູ່ທີ່ 130  ໂດລາ ໃນຂະນະທີ່ Snapdra gon 865 ລວມໂມເດັມມີຕົ້ນທຶນ ຢູ່ທີ່ 150-160 ໂດລາສ່ວນຊິບ ຢ່າງດຽວມີຕົ້ນທຶນຢູ່ທີ່ 80 ໂດລາ ໂດຍ Xiaomi ກຳລັງຖົກຖຽງກັນ ຢ່າງໜັກເຖິງລາຄາຂອງເຮືອທຸງວ່າຈະເປັນເທົ່າໃດແຕ່ແທ້ຈິງແລ້ວຖ້າຕົ້ນທຶນສູງຂຶ້ນຂະ ໜາດນີ້ລາຄາ ຕ້ອງເພີ່ມຂຶ້ນຢ່າງບໍ່ຕ້ອງສົງໄສຄືດັ່ງ Mi 10 Pro ກໍມີລາຄາທີ່ເພີ່ມຂຶ້ນມາຢ່າງຈະແຈ້ງເພາະຕ້ອງຮອງຮັບ 5G.

  ສົມໝຸດວ່າຂ່າວລືນີ້ເປັນຈິງນັ້ນ ໝາຍຄວາມວ່າສະມາດໂຟນເຮືອທຸງທີ່ຮອງຮັບ 5G ໃນປີ 2021 ຈະມີ ລາຄາທີ່ສູງຂຶ້ນກວ່າເກົ່າ ແລະຈະ ເຮັດໃຫ້ສະມາດໂຟນເຮືອທຸງປີ 2020 ໜ້າຊື້ກວ່າເກົ່າເພາະລາຄາ ເລີ່ມຫຼຸດລົງຕາມໄລຍະເວລາຕະຫຼາດແລ້ວໃຜຈະຊື້ລຸ້ນໃໝ່ລະ ແລະນີ້ຖ້າ Snapdragon 875 ບໍ່ມີປະສິດທິພາບສູງກວ່າ 865 ພໍໃຫ້ຢາກປ່ຽນ.

---------

ໜັງສືພິມເສດຖະກິດ-ສັງຄົມ