ຊົງ ຈຸງກິ ສະແດງເປັນນັກບິນອາວະກາດ ເລື່ອງຫຼ້າສຸດໃນຮອບ 3 ປີ

  ເຮັດໃຫ້ສາວໆໃຈສະລາຍ ກັນເປັນແຖວກັບຮູບພາບຫຼ້າສຸດ ຂອງພະເອກຊຸບຕາ ສ.ເກົາຫຼີ ຊົງ ຈຸງກິ ໃນຮູບເງົາເລື່ອງ “Space Sweepers” ຊຶ່ງລາວຮັບບົດເປັນ ແທໂອ ນັກບິນຂອງຍານເກັບຂີ້ ເຫຍື້ອອາວະກາດທີ່ຊື່ວ່່າ ເດີວິກ ຕໍຣີ.

  ຮູບເງົາເລື່ອງ “Space Sweepers” ເລົ່າເລື່ອງລາວຂອງນັກບິນໃນຍານ ວິກຕໍຣີ ໃນປີ 2092 ພວກເຂົາຄົ້ນພົບຫຸ່ນຍົນເໝືອນມະນຸດທີ່ຊື່ວ່າ ໂດໂຣຣີ ແລະພົບວ່າ ມັນຄືອາວຸດທຳລາຍລ້າງສັກກະຍະພາບສູງ ຊຶ່ງເຮັດໃຫ້ພວກເຂົາຕ້ອງເຂົ້າໄປພົວພັນກັບການຕໍ່ລອງ ທີ່ມີຄວາມສ່ຽງ ໂດຍນອກຈາກ ຊົງຈຸງກິ ກໍຍັງມີນັກສະແດງຊື່ດັງ ຮ່ວມງານຢ່າງຫຼວງຫຼາຍເຊັ່ນ: ຄິມແທຮີ, ຈິນ ຊອນຄະຢູ ແລະຢູ ແຮອິນ, ຊຶ່ງຮູບເງົາເລື່ອງນີ້ເປັນຮູບເງົາເລື່ອງຫຼ້າສຸດໃນຮອບ 3 ປີຂອງ ຊົງ ຈຸງກິດ ທີ່ຮັບບົດເປັນ ແທໂຮ ລາວເຄີຍເປັນອະດີດສະມາຊິກຂອງທີມ ຢູທີເອສ ແຕ່ລະ ຫວ່າງປະຕິບັດພາລະກິດລາວໄດ້ ສູນເສຍທຸກຢ່າງໄປຫຼັງຈາກນັ້ນ ຈຶ່ງຕັດສິນໃຈຈະຢຸດທຸກຢ່າງໄວ້ທີ່ ການເປັນນັກບິນຂອງຍານ The Victory ແລະຫຼັງຈາກຄົ້ນພົບ ໂດ ໂຣຣີ ສິ່ງທີ່ຢູ່ໃນໃຈຂອງລາວຄື ການໃຊ້ໄຫວພິບເພື່ອສ້າງເງິນໃຫ້ກັບຕົວເອງໃຫ້ໄດ້ຫຼາຍຂຶ້ນ ໂດຍ ຮູບເງົານີ້ມີກຳນົດເຂົ້າໂຮງຮູບເງົາ ທີ່ ສ.ເກົາຫຼີວັນທີ 23 ກັນຍານີ້.

----------

ຮຽບຮຽງໂດຍ: ແກ້ວ