ໄຊຍະກຳນົດຈຸດສຸມພັດທະນາທີ່ເປັນບູລິສິດ

  ໃນວັນທີ 8 ກຸມພາ 2019 ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກ ສາຫາລືກ່ຽວກັບການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດ ໄລຍະ 2019-2020, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມມີຫົວໜ້າ-ຮອງຫົວໜ້າພະແນກການ ແລະເຈົ້າເມືອງ 11 ເມືອງເຂົ້າຮ່ວມ.

  ໃນກອງປະຊຸມ ທ່ານ ບຸນຫຼາຍ ຄໍາພູມີ ຮອງຫົວໜ້າພະແນກກະ ສິກໍາ ແລະປ່າໄມ້ແຂວງໄດ້ຂຶ້ນຜ່ານ ແຈ້ງການແນະນໍາຂອງທ່ານລັດຖະມົນຕີກະຊວງກະສິກໍາ ແລະປ່າ ໄມ້, ສະບັບເລກທີ 0092/ກປ, ລົງວັນທີ 4 ກຸມພາ 2019 ວ່າ ດ້ວຍການກໍານົດຈຸດສຸມພັດທະນາ ທີ່ເປັນບູລິມະສິດ ໄລຍະ 2019-2020 ໃນທົ່ວປະເທດ, ເພື່ອຮັບ ປະກັນໃນການຈັດຕັ້ງປະຕິບັດ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ 5 ປີ (2016-2020) ໄດ້ດໍາເນີນໄປຢ່າ ງມີຈຸດປະສົງ ແລະລະດັບຄາດ ໝາຍນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ສົມທົບກັບອົງການປົກ ຄອງທ້ອງຖິ່ນໃນທົ່ວປະເທດ ຄົ້ນຄວ້າກໍານົດ 3 ປະເພດຈຸດສຸມ ພັດທະນາ, ຊຶ່ງທົ່ວປະເທດມີ 449 ຈຸດສຸມ, ໃນນີ້ຈຸດສຸມພັດທະນາ ຊົນນະບົດ ແລະລົບລ້າງຄວາມ ທຸກຍາກ ມີ 91 ຈຸດສຸມ, ການຈັດ ສັນພູມລໍາເນົາ ແລະອາຊີບ ມີ 145 ຈຸດສຸມ ແລະຈຸດສຸມສ້າງບ້ານ ໃຫຍ່ກາຍເປັນຕົວເມືອງນ້ອຍໃນ ຊົນນະບົດ ມີ 213 ບ້ານ.

  ຈາກນັ້ນຜູ້ແທນກອງປະຊຸມກໍ່ ໄດ້ພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ແລະໄດ້ຕົກ ລົງກໍານົດຈຸດສຸມພັດທະນາທີ່ເປັນ ບູລິມະສິດຂອງແຂວງໄຊຍະບູລີ ໄລຍະ 2019-2020 ເຊັ່ນ: ຈຸດ ສຸມສ້າງບ້ານໃຫຍ່ເປັນຕົວເມືອງ ນ້ອຍໃນຊົນນະບົດ ມີ 3 ຈຸດສຸມຄື: ບ້ານໂພນສະອາດ ເມືອງພຽງ, ບ້ານໃຫຍ່ ເມືອງບໍ່ແຕນ ແລະ ບ້ານບົວບານ ເມືອງປາກລາຍ, ຈຸດສຸມລົບລ້າງບ້ານທຸກຍາກ ມີ 6 ບ້ານ, ໃນນັ້ນ ປີ 2019 ຈະລົບ ລ້າງ 3 ບ້ານຄື: ບ້ານສາມັກຄີໄຊ ເມືອງຊຽງຮ່ອນ,ບ້ານກ້ອງທ່ຽງ ແລະບ້ານສະຖານ ເມືອງໄຊສະຖານ, ປີ 2020 ຈະລົບລ້າງ 3 ບ້ານຄື: ບ້ານສະລາ,ບ້ານກໍ່ ແລະບ້ານສະມະ ເມືອງໄຊສະຖານ, ຈຸດສຸມສ້າງບ້ານພັດທະນາມີ 24 ບ້ານ ແລະຈຸດສຸມຈັດສັນພູມລໍາເນົາ ແລະອາຊີບມີ 12 ຈຸດ.

ໂດຍ: ອຸ່ນເຮືອນ ໂພທິລັກ-ນສພ ເສດຖະກິດ-ສັງຄົມ