ມູນຄ່າສົ່ງອອກພືດຜັກຫວຽດນາມບັນລຸ ເກືອບ 2 ຕື້ໂດລາ

  ໃນໄລຍະ 7 ເດືອນຕົ້ນປີ 2020 ນີ້ ສສ ຫວຽດນາມສົ່ງ ອອກພືດຜັກບັນລຸເກືອບ 2  ຕື້ໂດລາສະຫະລັດ ຫຼຸດລົງຫຼາຍກວ່າ 12% ເມື່ອທຽບໃສ່ໄລຍະເວລາດຽວກັນຂອງ ປີ 2019.

  ຕາມຂ່າວສານຫວຽດນາມລາຍງານວ່າກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມລະບຸວ່າ ມູນຄ່າການສົ່ງອອກພືດຜັກໃນໄລຍະ 7 ເດືອນຕົ້ນປີ 2020 ບັນລຸເກືອບ 2 ຕື້ໂດລາ ຫຼຸດລົງຫຼາຍກວ່າ 12% ເມື່ອ ທຽບໄລຍະເວລາດຽວກັນຂອງປີ 2019 ສາເຫດທີ່ມູນຄ່າການສົ່ງອອກພືດຜັກຫຼຸດລົງແມ່ນຍ້ອນການສົ່ງອອກ ບາງປະເພດສິນຄ້າຫຼຸດລົງ, ໃນນັ້ນໝາກມັງກອນຊຶ່ງເປັນປະເພດສິນຄ້າທີ່ກວມເອົາອັດຕາສ່ວນໃນຕະຫຼາດຫຼາຍທີ່ສຸດໄດ້ຫຼຸດລົງ 6%, ໝາກກ້ວຍຫຼຸດລົງ 9,5%, ໝາກຖົ່ວລຽນຫຼຸດລົງ 71%, ໝາກແຕງຫຼຸດລົງ 38,5%, ໃນຂະນະນັ້ນໝາກລິ່ນຈີ່ພັດມີການເຕີບໂຕເພີ່ມແຮງດ້ວຍ 164.700 ໂຕນ ເພີ່ມຂຶ້ນ 109% ເມື່ອທຽບໃສ່ປີ 2019  ຕະຫຼາດສົ່ງອອກຕົ້ນຕໍຂອງຫວຽດນາມແມ່ນ: ສປ ຈີນ, ຍີ່ປຸ່ນ, ອາເມລິກາ, ອີຢູ, ສິງກະໂປ, ສ ເກົາຫຼີ, ໄທ, ອົດສະຕຣາລີ, ການາດາ ແລະປະເທດອື່ນໆ.