ເກີດເຫດດິນເຈື່ອນຢູ່ອິນເດຍ ເສຍຊີວິດ 43 ຄົນ

  ເກີດເຫດຝົນຕົກລົງມາຢ່າງໜັກໃນພາກໃຕ້ຂອງອິນເດຍເຈົ້າໜ້າທີ່ກູ້ໄພ ແລະອາສາສະໝັກພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 43 ຄົນ ແລະສູນຫາຍ 25 ຄົນ.

  ຕາມຂ່າວຕ່າງປະເທດລາຍງານວ່າເກີດເຫດດິນເຈື່ອນທັບເຮືອນກຳມະກອນສວນຊາທີ່ຢູ່ໃນເມືອງອິຄຸຄະກິ ໃນວັນທີ 7 ສິງຫາທີ່ຜ່ານມາຂະນະທີ່ຜູ້ເຄາະຮ້າຍເກືອບທັງໝົດກຳລັງນອນຫຼັບການຄົ້ນຫາຂອງໜ່ວຍກູ້ໄພຈົນເຖິງວັນທີ 10  ສິງຫາ ພົບຜູ້ເສຍຊີວິດແລ້ວ 43  ຄົນ, ໄດ້ຮັບບາດ ເຈັບ 11 ຄົນ ແລະຍັງມີຜູ້ສູນຫາຍອີກຢ່າງໜ້ອຍ 25 ຄົນ ແຕ່ການຄົ້ນຫາຂອງເຈົ້າໜ້າທີ່ໜ່ວຍ ກູ້ໄພ ແລະອາສາສະໝັກປະມານ 500 ຄົນ ເປັນໄປດ້ວຍຄວາມຍາກລໍາບາກເນື່ອງຈາກຝົນຍັງຕົກໜັກ ຢ່າງຕໍ່ເນື່ອງໂດຍສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍປະກາດເຕືອນຈະເກີດມີຝົນຕົກໜັກໃນຫຼາຍພື້ນທີ່ຂອງລັດເກລະໃນໄລຍະ 24 ຊົ່ວໂມງຕໍ່ໜ້າ.

   ທ່ານ ພິນາຣາ ວະຈາຢັນ ເຈົ້າຄອງນະຄອນ ເກຣລະ ລະບຸໃນຂໍ້ຄວາມວ່າເຖິງແມ່ນວ່າສະພາບອາກາດຈະບໍ່ເອື້ອອຳນວຍແຕ່ການຄົ້ນຫາຈະຕ້ອງດຳເນີນຕໍ່ໄປຊຶ່ງລັດເກຣລະ ປະເຊີນກັບຝົນຕົກໜັກ ແລະນໍ້າຖ້ວມມາດົນຫຼາຍອາທິດ.