ຊາວກະສິກອນເມືອງຊຽງຮ່ອນ ປູກພືດລະດູຝົນໄດ້ 16 ພັນກວ່າເຮັກຕາ

   ມາຮອດປະຈຸບັນການປູກພືດລະດູຝົນຂອງຊາວກະສິກອນເມືອງຢູ່ເມືອງຊຽງຮ່ອນແມ່ນສຳເລັດແລ້ວ 100% ໃນເນື້ອທີ່ 16 ພັນກວ່າເຮັກຕາ ໃນນີ້ມີເນື້ອທີ່ປູກເຂົ້າ 4 ພັນກວ່າເຮັກຕາ ພືດເສດຖະກິດ 6 ພັນ ແລະພືດບໍລິໂພກຈຳນວນໜຶ່ງ.

  ທ່ານ ສົມບຸນ ໄຊວຸດ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຊຽງຮ່ອນໄດ້ລາຍງານການປູກພືດລະດູປີຂອງຊາວກະສິກອນຢູ່ເມືອງຊຽງຮ່ອນໃຫ້ຮູ້ວ່າ: ການປູກພືດລະດູປີຂອງຊາວກະສິກອນຢູ່ພາຍໃນເມືອງມາຮອດປະຈຸບັນສຳເລັດແລ້ວ100% ຊຶ່ງໄດ້ເລີ່ມລົງມືປູກຕັ້ງແຕ່ຕົ້ນເດືອນມິຖຸນາ 2020 ເປັນຕົ້ນມາຢ່າງເປັນຂະບວນຟົດຟື້ນ ແລະກວ້າງຂວາງໃນເນື້ອທີ່ແຜນການທີ່ວາງໄວ້ເຊັ່ນ: ປູກເຂົ້າໃນເນື້ອທີ່ 4.158 ເຮັກຕາ, ພືດເສດຖະກິດ 6.000 ເຮັກຕາ ພືດໄວ້ບໍລິໂພກ 500 ເຮັກຕາ, ໄມ້ໃຫ້ໝາກ 100 ເຮັກຕາ ແລະ ແຜນການປູກໄມ້ອຸດສາຫະກຳ 100 ເຮັກຕາຊຶ່ງມາຮອດປະຈຸບັນການປູກແມ່ນສຳເລັດແລ້ວ 100% ໃນເນື້ອທີ່ລວມທັງໝົດ 16.000 ກວ່າເຮັກຕາ ໃນນັ້ນການປູກຕົວຈິງເນື້ອທີ່ປູກເຂົ້າ 4.926 ເຮັກຕາພືດເສດຖະກິດ6.218 ເຮັກຕາພືດພັນຍາຫານໄວ້ບໍລິໂພກ 386 ເຮັກຕາ, ໄມ້ ອຸດສາຫະກຳເນື້ອທີ່ 100 ກວ່າເຮັກຕາ ປູກໝາກໄມ້ໃຫ້ໝາກ225 ເຮັກຕາ ສິ່ງທີ່ສ້າງລາຍຮັບໃຫ້ຊາວກະສິກອນອີກດ້ານໜຶ່ງຢູ່ພາຍໃນເມືອງແມ່ນການປາດຢາງພາລາທົ່ວເມືອງມີເນື້ອທີ່ທັງໝົດ 4.300 ເຮັກຕາ ປະຈຸບັນມີເນື້ອທີ່ປາດແລ້ວໃນເນື້ອທີ່ 3.000 ກວ່າເຮັກຕາ ສະແດງວ່າການປູກພືດຂອງຊາວກະສິກອນເມືອງຊຽງ ຮ່ອນມີທ່າອ່ຽງ ແລະລັກສະນະເພີ່ມຂຶ້ນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນພ້ອມນັ້ນກໍ່ເພື່ອເປັນການສະກັດກັ້ນການນຳເຂົ້າຈາກຕ່າງເມືອງຕ່າງແຂວງ ແລະຕ່າງປະເທດຫັນມາໃຫ້ພໍ່ແມ່ປະຊາຊົນພາຍໃນປູກ ແລະບໍລິໂພກພາຍໃນ ແລະສົ່ງອອກແທນສ້າງລາຍຮັບເຂົ້າຄອບຄົວ.

  ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຊຽງຮ່ອນໃຫ້ຮູ້ຕື່ມວ່າ: ການປູກພືດລະດູປີຂອງຊາວກະສິກອນພາຍໃນເມືອງແມ່ນຕ້ອງໄດ້ຮັບຄຳແນະນຳໃນການນຳໃຊ້ສານເຄມີ ແລະຕິດຕາມການການລະບາດຂອງພະຍາດພືດ ແລະແມງໄມ້ທຳລາຍເປັນຕົ້ນແມ່ນການຫັນເອົາພະນັກງານວິຊາການລົງຊຸກຍູ້ຕິດຕາມຢູ່ແຕ່ລະບ້ານເພື່ອເປັນການຕິດຕາມ ແລະໃຫ້ຄຳປຶກສາໃຫ້ແກ່ຊາວກະສິກອນໃຫ້ທ່ວງທັນກັບສະພາບການ.

__________

ຂຽນໂດຍ: ດອນ ຂຽວພະນາ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ