ຝຶກອົບຮົມການຄຸ້ມຄອງການບໍລິຫານໂຄງການລົງທຶນຂອງລັດ

  ວັນທີ 6-7 ສິງຫາ ຜ່ານມາທີ່ສະໂມສອນຫ້ອງວ່າການເມືອງໜອງບົກໄດ້ມີການຈັດພິທີຝຶກອົບຮົມກ່ຽວກັນການຄຸ້ມຄອງການບໍລິຫານໂຄງການລົງທຶນຂອງລັດຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການລົງທຶນແຂວງຄຳມ່ວນ,ທ່ານ ສົມໃຈ ພານີຈັນ ເຈົ້າເມືອງໆໜອງບົກມີບັນດາທ່ານຫົວໜ້າຫ້ອງການຮອງຫ້ອງການທີ່ກ່ຽວຂ້ອງ ແລະນັກສຳມະນາກອນທີ່ເດີນທາງມາແຕ່ແຂວງ ແລະບຸກຄະລາກອນພາຍໃນເມືອງເຂົ້າຮ່ວມ.

  ຈຸດປະສົງການຈັດພິທີຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ບຸກຄະລາກອນພາຍໃນເມືອງມີຄວາມຮັບຮູ້ ແລະເຂົ້າໃຈໃນການຂຽນແຜນການລົງທຶນຂອງລັດຈາກນັ້ນທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການການລົງທຶນແຂວງຄຳມ່ວນໄດ້ເປັນກຽດກ່າວເປີດບັ້ນຝຶກອົບຮົມຄັ້ງນີ້ຂຶ້ນຢ່າງເປັນທາງການການຝຶກໃນເທື່ອນີ້ແມ່ນມີຈຳນວນຢູ່ 5 ບົດຄື: ກົດໝາຍລົງທຶນຂອງລັດ, ການປະເມີນ 4 ໄລຍະ, ການແນະນຳປະກອບເອກະສານ, 5 ມາດຕະຖານ ແລະການຂຽນບົດສະເໜີໂຄງການລົງທຶນຂອງລັດພ້ອມທັງແບ່ງກຸ່ມແນະນຳວິທີການຂຽນບົດພ້ອມນັ້ນໃນແຕ່ລະກຸ່ມຍັງໄດ້ມີການຂຶ້ນບັນລະຍາຍບົດສະເໜີໂຄງການຂອງລັດອີກດ້ວຍ.

  ການຝຶກອົບຮົມຄັ້ງນີ້ຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໂດຍການມອບຂອງທ່ານ ສົມໃຈ ພານີຈັນ ເລຂາພັກເມືອງເຈົ້າເມືອງໆໜອງບົກ.

__________

ຂຽນໂດຍນາງ ສົມສະໄຫວ 

ຮູບພາບໜັງສືພິມເສດຖະກິດ-ສັງຄົມ