ເລີ່ມສ້ອມແປງເສັ້ນທາງຢູ່ໄຊຍະບູລີ

  ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 87 ແລະ 88/ຈຂ.ຊຍ, ລົງວັນທີ 31 ມັງກອນ 2019 ວ່າ ດ້ວຍການອະນຸມັດໃຫ້ພະແນກໂຍທາແຂວງເຊັນສັນຍາກັບບໍລິສັດທີ່ຊະນະການປະມູນເປີດກວ້າງໂຄງການຂະແໜງຂົວທາງລາວ ໄລຍະ 2 LRSP ຈໍານວນ 2 ເສັ້ນຄື: ເສັ້ນທາງນໍ້າເບີ 3613 ຈາກ ກິໂລແມັດ 0+000 ຫາກິໂລແມັດ 32+305 ບ້ານຕາກແດດເມືອງ ປາກລາຍຫາບ້ານດອນແມນ (ແຍກທາງຫຼວງແຫ່ງຊາດເລກທີ 4 ເຂດບ້ານຫ້ວຍຫຼອດ ເມືອງແກ່ນທ້າວ) ແລະ ເສັ້ນທາງນໍ້າເບີ 3602 ຈາກ ກິໂລແມັດ 0+000 ຫາກິໂລແມັດ 32+002 ບ້ານນໍ້າຕວນ ເມືອງໄຊຍະບູລີ ຫາບ້ານໜອງງົວ ເມືອງພຽງ ແຂວງໄຊຍະບູລີ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ.

 ດັ່ງນັ້ນໃນວັນທີ 8 ກຸມພາ 2019, ທີ່ສະໂມສອນພະແນກໂຍທາແຂວງໄດ້ຈັດພິທີເຊັນສັນຍາໂຄງການສ້ອມແປງທາງ 2 ເສັ້ນຢູ່ແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີ ທ່ານ ເພັງນິລັນ ຄໍາ ພັນເພັງ ກໍາມະການປະຈໍາພັກ ແຂວງ, ຮອງເຈົ້າແຂວງໄຊຍະບູລີ, ມີທ່ານ ແພງຊ້ອຍ ແພງເມືອງ ຫົວໜ້າພະແນກໂຍທາແຂວງ, ມີບັນດາຄະນະກໍາມະການປະມູນ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງ, ມີຕາງໜ້າອໍານາດການປົກຄອງ 4 ເມືອງຄື: ເມືອງໄຊຍະບູລີ, ເມືອງພຽງ, ເມືອງປາກລາຍ, ເມືອງແກ່ນທ້າວ ແລະບໍລິສັດທີ່ຊະນະການປະມູນເຂົ້າຮ່ວມຢ່າງພ້ອມພຽງ.

  ໂຄງການສ້ອມແປງເສັ້ນທາງ ໄລຍະ 2 ຂອງແຂວງໄຊຍະບູລີ ໄດ້ແບ່ງອອກເປັນ 2 ເສັ້ນ ເພື່ອ ສ້ອມແປງຄື: ເສັ້ນທີ 1 ເລີ່ມຈາກ ບ້ານຕາກແດດ ເມືອງປາກລາຍ ຫາ ບ້ານດອນເມນ ເມືອງແກ່ນ ທ້າວ, ມີຄວາມຍາວ 32 ກິໂລ ແມັດ, ມູນຄ່າ 10,82 ຕື້ກີບ, ໂດຍ ແມ່ນ ບໍລິສັດ DLC ກໍ່ສ້າງຂົວ ທາງຈໍາກັດ ແລະບໍລິສັດພອນທອງ ໂຊຈະເລີນ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາສ້ອງແປງ ແລະເສັ້ນ ທີ 2 ເລີ່ມຈາກ ບ້ານນໍ້າຕວນ ເມືອງໄຊຍະບູລີ ຫາບ້ານໜອງງົວ ເມືອງພຽງ, ມີຄວາມຍາວ 35 ກິ ໂລແມັດ ມີມູນຄ່າ 16,79 ຕື້ກີບ, ໂດຍແມ່ນ ບໍລິສັດປັນຍາທິລາດ ກໍ່ສ້າງເຄຫາຂົວທາງ ແລະຊົນລະ ປະທານ ຈໍາກັດຜູ້ດຽວ ເປັນຜູ້ຮັບ ເໝົາສ້ອມແປງ, ໂຄງການສ້ອມ ແປງເສັ້ນທາງດັ່ງກ່າວແມ່ນໄດ້ ຮັບທຶນຊ່ວຍເຫຼືອຈາກທະນາຄານ ໂລກ ມູນຄ່າທັງໝົດເກືອບ 30 ຕື້ກີບ, ໂດຍຈະເລີ່ມລົງມືສ້ອມແປງ ໃນເດືອນກຸມພາ 2019 ເປັນຕົ້ນ ໄປ ແລະຈະໃຫ້ສໍາເລັດໃນໄລຍະ ເວລາ 18 ເດືອນ.

    ຈາກນັ້ນກໍ່ໄດ້ມີການເຊັນສັນຍາໂຄງການສ້ອມແປງເສັ້ນທາງໄລຍະ 2 ລະຫວ່າງພະແນກໂຍທາແຂວງເຈົ້າຂອງໂຄງການໂດຍແມ່ນ ທ່ານ ແພງຊ້ອຍ ແພງເມືອງ ກັບສອງບໍລິສັດທີ່ຮັບເໝົາໂດຍແມ່ນ ທ່ານ ບຸນທັນ ປັນຍາທິລາດ ຫົວໜ້າບໍລິສັດປັນຍາທິລາດກໍ່ສ້າງເຄຫາຂົວທາງ ແລະຊົນລະປະທານຈໍາກັດຜູ້ດຽວ ແລະ ທ່ານ ສົມພອນ ຫົວໜ້າບໍລິສັດ DLC ກໍ່ສ້າງຂົວທາງຈໍາກັດໂດຍມີບັນດາແຂກທີ່ເຂົ້າຮ່ວມພິທີດັ່ງກ່າວເປັນສັກຂີພິຍານ.

ໂດຍ: ອຸ່ນເຮືອນ ໂພທິລັກ-ນສພ ເສດຖະກິດ-ສັງຄົມ