ໄອໂຟນ 12 ອາດຮອງຮັບການຖ່າຍວິດີໂອ 4 ເຄທີ່ 120/240 ເອຟພີເອສ

 ໃນປີ 2018 Apple ເປີດໂຕ iPhone 8 ແລະiPhone 8 Plus ຊຶ່ງທັງສອງເປັນສະມາດໂຟນຕົວທຳອິດໃນໂລກທີ່ສາມາດຖ່າຍວິດີໂອທີ່ຄວາມລະອຽດ 4K 60fps ແລະໃນ iPhone 12ທາງ Apple ອາດຈະເພີ່ມຄວາມສາມາດໃຫ້ຫຼາຍຂຶ້ນກວ່າເກົ່າດ້ວຍການເພີ່ມຈາກ 60fps ໄປເຖິງ 120fps.

  ການຮອງຮັບການຖ່າຍFramrate ສູງໆມີປະໂຫຍດຫຼາຍສຳລັບຜູ້ທີ່ມັກຖ່າຍພາບແບບ Slow- Motion ເພາະຈະເຮັດໃຫ້ເຮົາຍືດພາບອອກໄປໄດ້ຍາວ ແລະດົນຂຶ້ນເຖິງວ່າໃນຕະຫຼາດສະມາດໂຟນຕອນນີ້ຝັ່ງ Android ຈະຮອງຮັບໄປເຖິງ  8K 30fps  ແລ້ວແຕ່ເບິ່ງຄື Apple ຢາກຈະໃສ່ມາພຽງ ແຕ່ 8K 120fps ເພື່ອການສະໂລພາບທີ່ຍາວຂຶ້ນເທົ່ານັ້ນ ແລະມີຄວາມເປັນໄປໄດ້ວ່າອາດຈະໃສ່ ມາເຖິງ 240fps ເລີຍຊຶ່ງທາງ @EverythingPro ອອກມາຢືນຢັນເລື່ອງນີ້ດ້ວຍການຄົ້ນພົບໄຟລ ການຕັ້ງຄ່າໃຫ້ຮອງຮັບການຖ່າຍວິດີໂອທີ່ຄວາມລະອຽດ  4K 120fps ໃນໄຟລລະບົບຂອງ  iOS 14 Beta 1 ແລະຍັງບໍ່ຕ້ອງການເພີ່ມໄປເຖິງ 8K ເພາະດ້ວຍຂະໜາດເຊນເຊີຂອງກ້ອງ iPhone ທີ່ຍັງນ້ອຍຢູ່ໃນປະຈຸບັນນີ້.

     ຢ່າງໃດກໍຕາມເຮົາຄົງຕ້ອງລໍໄປຈົນກວ່າ iPhone 12 ຈະເປີດໂຕອອກມາແທ້ໆເພື່ອຢືນຢັນເລື່ອງນີ້                                                ອີກທີ່ວ່າຈະຈິງ ຫຼື ບໍ່ຊຶ່ງຄາດວ່າຈະໄດ້ເຫັນ iPhone 12 ກັນໃນງານKeynote ທີ່ຈະຈັດຂຶ້ນໃນອີກບໍ່ທໍ່ໃດເດືອນ.

------

ເສດຖະກິດ-ສັງຄົມ