ປະໂຫຍດຈາກນົມສົດ ແລະສໍາລີ ຊ່ວຍຜິວໜ້າຂາວໃສໄດ້

   ນົມສົດສາມາດໃຊ້ແທນໂທນເນີໄດ້ຫຼັງຈາກລ້າງໜ້າແລ້ວເອົານົມສົດມາຈຸ່ມສໍາລີແລ້ວເຊັດ ແລະນວດໃຫ້ທົ່ວໜ້າເພື່ອໃຫ້ນົມຊຶມເຂົ້າໄປໃນບໍລິເວນ    ຜິວໜັງແລ້ວລ້າງອອກພຽງແຕ່ວິທີງ່າຍໆແບບນີ້ຈະໄດ້ຮັບໃບໜ້າທີ່ອ່ອນ ແລະນຽນນຸ້ມ, ສະນັ້ນຖ້າຢາກມີໃບໜ້າທີ່ຊຸ່ມຊື່ນ ແລະສົດໃສພຽງແຕ່ເອົານົມສົດປົນກັບນໍ້າສະອາດໃສ່ກະຕຸກແລ້ວເອົາໄປແຊ່ໃນຕູ້ ເຢັນແລ້ວກໍເກັບຮັກສາໄວ້ຫຼັງຈາກນັ້ນ ສີດໃສ່ໜ້າໃນເວລາກາງເວັນທ່ານຈະມີຜິວໜ້າທີ່ຊຸ່ມຊື່ນ ແລະໜ້າສຳພັດໄດ້ແລ້ວ.

  ນອກນັ້ນ ສາວໆຄົນໃດທີ່ມີຂອບຕາດຳຄືໝີແພນດ້າພຽງແຕ່ຈຸ່ມສໍາລີກັບນົມສົດເຢັນໆຈາກນັ້ນປະໄວ້ປະມານ 10-15 ຫຼັງຈາກນັ້ນລ້າງອອກດ້ວຍນໍ້າຈະເຮັດໃຫ້ຮອຍຄໍ້າຈາງລົງ, ດັ່ງນັ້ນຜູ້ຍິງຄວນຫຼີກລ່ຽງການທາຄີມທີ່ໃກ້ກັບຂອບຕາເພາະຈະເຮັດໃຫ້ຕາດຳຂຶ້ນ.

--------

ຮຽບຮຽງໂດຍ: ຟ້າ