ລາຄາວັກແຊງໂຄວິດຣັດເຊຍຢູ່ທີ່ 5 ໂດລາຕໍ່ໂດສ

ຕາມການລາຍງານລະບຸວ່າ ລາຄາວັກແຊງຕ້ານພະຍາດໂຄວິດ-19 ຂອງຣັດເຊຍ ຈະມີລາຄາຢ່າງໜ້ອຍ 5 ໂດລາສະຫະລັດຕໍ່ໂດສ.

  ຕາມຂ່າວສານຫວຽດນາມລາຍງານເມື່ອບໍ່ດົນມານີ້ວ່າ ທ່ານ Aleksei Repik ກໍາມະການບໍລິສັດ R-pham ຂອງຣັດເຊຍເປີດເຜີຍໃນການຕອບສຳພາດໃນສະຖານີໂທລະພາບວ່າ ລາຄາວັກແຊງໂຄວິດ-19 ຊຸດທຳອິດຈະມີລາຄາສູງໜ້ອຍໜຶ່ງຢູ່ທີ່ 5 ໂດລາສະຫະລັດຕໍ່ໂດສ ແຕ່ຄາດຄະເນວ່າ ລາຄາວັກແຊງໂຄວິດ-19 ຈະຫຼຸດລົງ ຖ້າຫາກມີການຜະລິດໃນປະລິມານຫຼາຍ, ກ່ອນໜ້ານີ້ ໃນວັນທີ 12 ສິງຫາທີ່ຜ່ານມາວ່າ ລັດຖະມົນຕີກະຊວງສາທາລະນາສຸກເປີດເຜີຍວ່າ ການຜະລິດວັກແຊງຊຸດທຳອິດຈະເລີ່ມຂຶ້ນໃນອີກ 2 ອາທິດຕໍ່ໜ້າ ໂດຍຈະຈັດສັນໃຫ້ແກ່ປະຊາຊົນຣັດເຊຍກ່ອນ ແລະພ້ອມຜະລິດວັກແຊງໃນຕ່າງປະເທດອີກດ້ວຍ ແລະກຳລັງມີການເຈລະຈາກ່ຽວກັບເລື່ອງນີ້.

  ທັງນີ້ ຣັດເຊຍຕັ້ງເປົ້າຜະລິດວັກແຊງຕົວນີ້ໃຫ້ກັບປະຊາຊົນທີ່ປະສົງຈະຮັບວັກແຊງພາຍໃນເດືອນມັງກອນປີໜ້າ ໂດຍຈະໃຫ້ຄວາມສຳຄັນກັບເຈົ້າໜ້າທີ່ສາທາລະນາສຸກທີ່ໃກ້ຊິດກັບຄົນເຈັບ ແລະຜູ້ທີ່ຢູ່ໃນກຸ່ມສ່ຽງມີອາການໜັກກ່ອນ.

-------

ໜັງສືພີມເສດຖະກິດ-ສັງຄົມ