ແຈ້ງລາຄາອອກມາແລ້ວສຳລັບຊຳຊຸງກາແລັກຊີ້ໂນຕ 20 ອັລຕຣາ

  ມີການອ້າງກ່ຽວກັບສະມາດໂຟນ Samsung Galaxy Note20 Ultra ທີ່ຈະເປີດໂຕໃນເດືອນສິງຫານີ້ ໄດ້ມີຂໍ້ມູນຮົ່ວໄຫຼອອກມາຫຼາຍຂຶ້ນ ແລະລ້າສຸດຜູ້ໃຊ້ ບັນຊີ Technology MEOW ໃນ Weibo ແພລດຟອມໂຊຊ້ຽວຂອງຈີນກໍໄດ້ອອກມາເປີດເຜີຍສະເປັກແລະລາຄາອອກມາແລ້ວ.

    ໂດຍຈາກແຫຼ່ງຂ່າວອ້າງວ່າ Samsung Galaxy Note 20 Ultra ຈະມາພ້ອມຈໍສະແດງຜົນ Quad HD+ ຂະໜາດ 6,9 ນິ້ວຂອບຈໍໂຄ້ງເໝືອນ Galaxy Note 10+ ແລະໃຫ້ອັດຕາການຣີເຟຣຊ ໜ້າຈໍ 120Hz ກ້ອງຫຼັງປະກອບ ດ້ວຍກ້ອງຫຼັກ 108 ລ້ານພິກເຊລ+ ກ້ອງເທເລໂຟໂຕ 13 ລ້ານພິກເຊລ ຊູມ 4x ແລະມີເລເຊີຊ່ວຍໂຟກັສ ສ່ວນກ້ອງເຊລຟີ 40 ລ້ານພິກເຊລ.

  ນອກຈາກນີ້ ແຫຼ່ງຂ່າວດຽວ ກັນຍັງອ້າງວ່າ Samsung GalaxyNote 20 Ultra ຈະຮອງຮັບເຄືອຂ່າຍ 5ຈີ, ລຳໂພງຄູ່, ເພີ່ມຄວາມສາມາດໃຫ້ກັບ S pen ຕິດຕັ້ງ ເຊນເຊີລາຍນິ້ວມືແບບອັລຕຣາໂຊ ນິກໄວ້ໃຕ້ຈໍສະແດງຜົນ ແລະມີລາ ຄາເປີດໂຕ 9.999 ຢວນ.

--------

ໜັງສືພິມເສດຖະກິດ-ສັງຄົມ