ດະເວນ ຈອນສັນແຊັມດາລາຄ່າຕົວແພງທີ່ສຸດໃນໂລກ

   ຊຸບຕານັກຕໍ່ສູ້ ດະເວນ ເດີ ຣອກ ຈອນສັນ ຂຶ້ນແທ່ນເປັນນັກສະແດງທີ່ໄດ້ຮັບຄ່າຕອບແທນສູງທີ່ສຸດໃນໂລກເປັນປີທີ 2 ຕິດຕໍ່ກັນ.

  ນັບຕັ້ງແຕ່ເດືອນມິຖຸນປີ 2019 ເຖິງມິຖຸນາປີ 2020 ດະເວນ ຮັບ ຄ່າຕົວເໄປເຖິງ 87,5 ລ້ານໂດລາ ສະຫະລັດ ຊຶ່ງລາວສ້າງເງິນຈາກບົດບາດໃນຮູບເງົາທີ່ກຽມຈະລົງຈໍທາງເນັດພລິກເລື່ອງ Red Notice”ພຽງເລື່ອງດຽວໄປແລ້ວເຖິງ 23,5 ລ້ານໂດລາ ເພີ່ມຕື່ມໄປກວ່າ ນັ້ນຍີ່ຫໍ້ເສື້ອຜ້າ Under Armour ຂອງລາວກໍຍັງປະສົບຄວາມສຳ ເລັດ ແລະສ້າງເງິນໄດ້ມະຫາສານ, ຢ່າງໃດກໍຕາມລາຍໄດ້ຂອງ ເດີ ຣອກ ຫຼຸດລົງຈາກປີ 2019 ເພາະວ່າ ລາວຊື້ເຮືອນລາຄາ 89,4 ລ້ານ ໂດລາ ຈາກຄ່າຕົວຮູບເງົາເລື່ອງ Jumanji: The Next Level” ແລະກ່ອນໜ້ານີ້ເດີຣອກກໍເຄີຍຂຶ້ນ ເປັນອັນດັບ 1 ດາລາຮູບເງົາທີ່ ສ້າງເງິນໄດ້ຫຼາຍທີ່ສຸດໃນປີ 2016 ອີກດ້ວຍ, ສ່ວນນັກສະແດງຄ່າ ຕົວແພງຮອງລົງມາຄື ໄຣອັນ ເຣໂນດ ໄດ້ຮັບຄ່າຕົວ 20 ລ້ານໂດລາໃນເລື່ອງ Red Notice”.

----------

ໜັງສືພິມເສດຖະກິດ-ສັງຄົມ