ເປືອກຜັກສະເມັກ ສະໝຸນໄພພື້ນເມືອງ ຄຸຸນນະພາບດີຫຼາຍຢ່າງສຳລັບທ່ານ

  ຜັກສະເມັກ ເປັນຕົ້ນໄມ້ບໍ່ຫຼົ່ນໃບຍອດ ແລະໃບອ່ອນຂອງຕົ້ນໄມ້ຊະນິດນີ້ມີລົດຝາດສົ້ມສາມາດ ກິນເປັນຜັກກັບລາບໄດ້ ຊຶ່ງຜັກສະເມັກ ເປັນຜັກປ່າ ທີ່ໄດ້ຮັບຄວາມຍິຍົມທີ່ສຸດຢູ່ໃນລາວ ແລະພາກຕາເວັນອອກສ່ຽງເໜືອຂອງປະເທດໄທ.

   ເປືອກຂອງມັນນັ້ນຫຼາຍຄົນມັກນຳໃຊ້ເຂົ້າໃນການປຸງລົດຊາດຂອງປາໃຫ້ໄດ້ລົດຊາດຝາດ ແລະໃຊ້ເພື່ອທຳຄວາມສະອາດບາດແຜ, ນອກນັ້ນເປືອກສະເມັກ ກໍຄ້າຍຄືເປືອກກະໂດນ (Barringtonia), ຊຶ່ງເມື່ອນຳມາເຮັດສີຍ້ອມຜ້າຈະໄດ້ສີຊົມພູອົມເຫຼືອງ ແລະສຸດທ້າຍຈະກາຍເປັນສີດຳ.

---------

ຮຽບຮຽງໂດຍ: ຟ້າ