ຊຽງຂວາງສະຫຼຸບວຽກງານຈັດຕັ້ງ ກໍ່ສ້າງພັກ-ພະນັກງານປະຈຳປີ

ໃນວັນທີ 12 ກຸມພາ 2019 ອົງຄະນະພັກແຂວງຊຽງຂວາງ ຈັດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານປະຈຳປີ 2018 ທົ່ວແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງຊຽງ ຂວາງ, ສະຫາຍວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ສະຫາຍ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈຳພັກ, ຄະນະພັກແຂວງ, ເລຂາພັກເມືອງ, ແລະຜູ້ຮັບຜິດຊອບວຽກງານຈັດ ຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.

  ສະຫາຍ ຄຳແສງ ພົມມະວັນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ ລາຍງານບົດສະຫຼຸບການຈັດຕັ້ງ ປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງ ພັກ-ພະນັກງານ ແລະວຽກງານ ກົງຈັກການຈັດຕັ້ງປະຈຳປີ 2018 ທົ່ວປະເທດຂອງຄະນະຈັດຕັ້ງ ສູນກາງພັກ ແລະການຕີລາຄາ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານປະຈຳປີ 2018 ແລະທິດ ທາງແຜນການປີ 2019 ຂອງ ແຂວງຊຽງຂວາງ, ໂດຍຍົກໃຫ້ ເຫັນການຈັດຕັ້ງປະຕິບັດວຽກ ງານແຕ່ລະດ້ານ ເປັນຕົ້ນແມ່ນ ວຽກງານກໍ່ສ້າງພັກທາງດ້ານ ການເມືອງ-ແນວຄິດ, ການປັບປຸງ ກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຊຶ່ງປະຈຸບັນ ທົ່ວແຂວງມີໜ່ວຍພັກທັງໝົດ 1.021 ໜ່ວຍ ໃນນີ້ ໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານມີ 672 ໜ່ວຍ, ໜ່ວຍພັກແຂງ 223 ໜ່ວຍ, ໄດ້ອອກບັດ-ມອບບັດໃຫ້ສະມາ ຊິກພັກສົມບູນທັງໝົດ 14.629 ສະຫາຍ, ຍິງ 3.577 ສະຫາຍ. ສ່ວນວຽກງານພະນັກງານໄດ້ເອົາ ໃຈໃສ່ຊີ້ນຳ-ນຳພາ ຄະນະພັກແຕ່ ລະຂັ້ນໃນການຂຶ້ນແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງຢູ່ ແຕ່ລະຂັ້ນ ແລະການຂຶ້ນແຜນ ກຳນົດບຳລຸງ-ກໍ່ສ້າງພະນັກງານ ເພື່ອຮັບປະກັນໃຫ້ໄດ້ພະນັກງານ 3 ຮຸ້ນ, ພ້ອມກັນນັ້ນ ຍັງໄດ້ຈັດຝຶກ ອົບຮົມການສ້າງແຜນກຳນົດພະ ນັກງານນຳພາ-ຄຸ້ມຄອງຂັ້ນບ້ານ; ຄະນະຈັດຕັ້ງແຂວງໄດ້ເປັນເຈົ້າ ການປະສານສົມທົບລະຫວ່າງ ອົງການຈັດຕັ້ງສາຍຕັ້ງ ແລະສາຍ ຂວາງໃນການຄັດເລືອກພະນັກ ງານຫຼັກແຫ່ງແຕ່ລະຂັ້ນ, ຄົ້ນ ຄວ້າພະນັກງານຜູ້ທີ່ມີມາດຖານ ເງື່ອນໄຂທີ່ຢູ່ໃນແຜນ ແລະນອກ ແຜນກຳນົດສ້າງໄປຍົກລະດັບ ຄວາມຮູ້ທາງດ້ານທິດສະດີການ ເມືອງ-ການປົກຄອງ ແລະວິຊາ ສະເພາະທັງພາຍໃນ ແລະຕ່າງ ປະເທດໄດ້ທັງໝົດ 120 ຄົນ ຍິງ 19 ຄົນ; ທົ່ວແຂວງມີພະນັກງານ-ລັດຖະກອນທັງໝົດ 8.639 ຄົນ, ຍິງ 3.934 ຄົນ.

  ກອງປະຊຸມຍັງໄດ້ກຳນົດທິດ ທາງແຜນການໃນປີ 2019 ໃນ ແຕ່ລະດ້ານ ໂດຍສະເພາະແມ່ນການກໍ່ສ້າງພັກທາງດ້ານການ ເມືອງ-ແນວຄິດ ຄະນະພັກແຕ່ລະ ຄັ້ງຕ້ອງໄດ້ເພີ່ມທະວີສຶກສາອົບ ຮົມທາງດ້ານການເມືອງ-ແນວ ຄິດໃຫ້ແກ່ພະນັກງານເປັນກົກ, ໃຫ້ມີຄວາມເຊື່ອໝັ້ນການນຳພາ ຂອງພັກ, ຍົກສູງທັດສະນະຫຼັກ ໝັ້ນການເມືອງເປັນແບບຢ່າງ ນຳໜ້າໃຫ້ແກ່ມະຫາຊົນ ຄຽງຄູ່ ການເພີ່ມທະວີຍົກລະດັບຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານຫຼັກແຫຼ່ງໃຫ້ມີ ຄວາມສາມາດນຳພາ; ສືບຕໍ່ປັບປຸງການຈັດຕັ້ງຮາກຖານພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ຮາກຖານຢ່າງຈິງຈັງ ແລະແທດເຖິງ, ພ້ອມທັງເພີ່ມທະ ວີວຽກງານປ້ອງກັນພັກ-ພະນັກ ງານໃຫ້ເປັນລະບົບຕີຖອຍປະກົດການຫຍໍ້ທໍ້, ຊຸກຍູ້ສົ່ງເສີມຜູ້ທີ່ດີ ເດັ່ນ, ເດັດຂາດຜູ້ທີ່ລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ, ຜູ້ທີ່ເສື່ອມຄຸນປ່ຽນທາດອອກຈາກພັກ.

 ຈາກນັ້ນ ສະຫາຍເລຂາພັກ ແຂວງໄດ້ມີຄຳເຫັນໂອ້ລົມໂດຍ ເນັ້ນໃຫ້ຄະນະພັກຄະນະນຳແຕ່ ລະຂັ້ນເອົາໃຈໃສ່ວຽກງານກໍ່ ສ້າງພັກ-ພະນັກງານທາງດ້ານການເມືອງ-ແນວຄິດ ເປັນວຽກງານເຄັ່ງຮ້ອນ ແລະວຽກງານ ຈຸດສຸມໃນປີ 2019 ຫັນເອົາຜົນສຳເລັດກອງປະຊຸມໃນຄັ້ງນີ້ໄປເປັນແຜນການ, ແຜນງານລະອຽດເລິກເຊິ່ງນຳໄປຈັດຕັ້ງເຊື່ອມ ຊຶມໃຫ້ພະນັກງານ-ສະມາຊິກທີ່ ຢູ່ໃນຄວາມຮັບຜິດຊອບຢ່າງເປັນ ເຈົ້າການ, ເຊື່ອແນ່ວ່າຜົນສຳເລັດ ກອງປະຊຸມໃນຄັ້ງນີ້ ຜູ້ທີ່ເຂົ້າຮ່ວມ ຈະນຳໄປຈັດຕັ້ງປະຕິບັດໃຫ້ເກີດ ອອກຜົນ ແລະຜົນສຳເລັດອັນໃໝ່ຕາທີ່ໄດ້ກຳນົດໄວ້.

  ນອກນັ້ນ, ໃນລະຫວ່າງວັນທີ 13-15 ກຸມພາ 2019 ອົງຄະນະພັກແຂວງຍັງໄດ້ດໍາເນີນກອງປະຊຸມຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງຊັ້ນສູນ ກາງຄຸ້ມຄອງ ເປັນເວລາ 3 ວັນ.

ນສພ-ເສດຖະກິດ-ສັງຄົມ