ຮ້ານແມ່ຄົວຕຸກກີ້ ຖືເອົາປຸງແຕ່ງອາຫານເພື່ອສຸຂະພາບ

  ຮ້ານແມ່ຄົວຕຸກກີ້ເປັນຮ້ານອາຫານທີ່ມີຄວາມທັນສະໄໝແຫ່ງໜຶ່ງໃນນະຄອນຫຼວງວຽງຈັນຊຶ່ງເປັນຜູ້ມີຄວາມຊຳນານດ້ານການຄິດຄົ້ນເມນູອາຫານເພື່ອສຸຂະພາບທີ່ໄດ້ປະຍຸກຈາກເມນູຕ່າງປະເທດໃຫ້ກາຍມາເປັນເມນູທີ່ເໝາະກັບຄົນລາວ.

 ທ່ານ ນາງ ວົງລັດສະໝີ ໄຊປັນຍາ ເຈົ້າຂອງຮ້ານແມ່ຄົວຕຸກກີ້ໃຫ້ສຳພາດວ່າ: ເມື່ອກ່ອນໄດ້ໄປປະເທດອາເມລິກາກັບຄອບຄົວທີ່ເພິ່ນໄປສຶກສາຕໍ່ໃນລະດັບປະລິນຍາເອກ ແລະໃນເວລານັ້ນຂ້າພະເຈົ້າໄດ້ມີໂອກາດເຂົ້າເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງໃນອາເມລິກາ ແລະໄດ້ຮັບຄວາມຮູ້ດ້ານການເຮັດອາຫານນັບແຕ່ນັ້ນມາ ແລະມີຄວາມມັກຮັກດ້ານການປຸງແຕ່ງອາຫານຫຼາຍຂຶ້ນຊຶ່ງເມນູທີ່ຕົນເອງມັກປຸງທີ່ສຸດແມ່ນເມນູອາຫານເພື່ອສຸຂະພາບທີ່ຕົນເອງໄດ້ປະຍຸກຈາກເມນູຕ່າງປະເທດໃຫ້ກາຍມາເປັນເມນູທີ່ເໝາະກັບຄົນລາວເຮົາ, ດັ່ງນັ້ນຫຼັງຈາກເດີນທາງກັບມາລາວໄດ້ທົດລອງເປີດຮ້ານແມ່ຄົວຕຸກກີ້ຂຶ້ນມາຖືວ່າໄດ້ຮັບຜົນຕອບຮັບເປັນຢ່າງດີຈາກສັງຄົມໃນເບື້ອງຕົ້ນແມ່ນຈຳ ໜ່າຍຜ່ານທາງອອນລາຍໂດຍຕອບສະໜອງສະໜອງກຸ່ມລູກຄ້າທີ່ນັບມື້ນັບກວ້າງຂວາງຂຶ້ນໄດ້ຕັດສິນໃຈຂະຫຍາຍເປີດໜ້າຮ້ານແມ່ຄົວຕຸກກີ້ຂຶ້ນທີ່ບ້ານຫ້ວຍຫົງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

 ຮ້ານແມ່ຄົວຕຸກກີ້ມີຈຸດພິເສດດ້ານການຕົບແຕ່ງດ້ວຍສີເຫຼືອງ ແລະມີສັນຍາລັກແຫ່ງໂຊກລາບຄືນົກເຄົ້າ, ຊຶ່ງເປັນສີແຫ່ງຄວາມເປັນສິລິມຸງຄຸນທີ່ມີຄວາມຜູກພັນຕອນໃຊ້ຊີວິດຢູ່ອາເມລິກາມີເຄື່ອງປະດັບປະຈຳຕົວທີ່ເປັນຮູບແບບນົກເຄົ້າຫຼາຍລາຍການ ແລະ ຮັບຮູ້ວ່ານົກເຄົ້າແມ່ນສັນຍາລັກແຫ່ງໂຊກລາບທີ່ຄົນຍີ່ປຸ່ນນັບຖືສຳລັບເມນູຈະມີນໍ້າໝາກໄມ້ເພື່ອສຸຂະພາບ, ພັນຢໍ່ກຸ້ງ,ພັນຢໍ່ປາແຊວມ້ອນ, ສະຫຼັດລາວ ແລະເຂົ້າໜົມເບເກີ່ຣີ້ປະເພດຕ່າງໆ ຊຶ່ງຈະເປັນເມນູທີ່ຄິດຄົ້ນດ້ວຍສູດສະເພາະຕົວທີ່ມີລົດຊາດແຕກຕ່າງຈາກບ່ອນອື່ນຮັບຮອງຄວາມແຊບ ແລະປະທັບໃຈຈາກລູກຄ້າ.

  ນອກນັ້ນຍັງໃຫ້ຄວາມສຳຄັນທີ່ສຸດດ້ານຄວາມສະອາດ ແລະການບໍລິການທີ່ປະທັບໃຈ ແລະຈິງໃຈຕໍ່ລູກຄ້າ ແລະທີ່ສຳຄັນທີ່ສຸດຈະເນັ້ນແມ່ນເມນູທຸກຢ່າງຕ້ອງມີສ່ວນປະສົມຂອງຜັກ ແລະໝາກໄມ້ເພື່ອສ້າງເປັນເມນູເພື່ອສຸຂະພາບໃຫ້ລູກຄ້າໄດ້ຮັບປະທານ ແລະທີ່ສຳຄັນແມ່ນຕ້ອງນຳໃຊ້ວັດຖຸດິບທີ່ສົດໃໝ່ປະເພດຜັກ, ໝາກໄມ້, ຊີ້ນ, ປາ, ກຸ້ງ ແລະຕ່າງໆແມ່ນຂ້າພະເຈົ້າຈະເປັນຜູ້ຄັດເລືອກວັດຖຸດິບດ້ວຍຕົນເອງ ແລະຕິດຕາມທຸກຂັ້ນຕອນໃນການປຸງເພື່ອໃຫ້ໄດ້ເມນູທີ່ຄົງລົດຊາດແຊບທີ່ສຸດ.

  ຂ້າພະເຈົ້າຢາກຝາກເຖິງທຸກໆທ່ານໃນສັງຄົມວ່າການທີ່ເຮົາຈະສ້າງທຸລະກິດໃດໜຶ່ງຂອງຕົນເອງຂຶ້ນມາແມ່ນບໍ່ຍາກ ແລະບໍ່ງ່າຍພຽງແຕ່ເຮົາມີຄວາມອົດທົນພ້ອມກັບຄວາມຕັ້ງໃຈທີ່ເຮົາຈະເນັ້ນສິ່ງດັ່ງກ່າວ, ບໍ່ວ່າຈະຊ້າ ຫຼື ໄວແມ່ນເຮົາຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບລາຍລະອຽດຂອງທຸລະກິດຂອງທ່ານ ແລະ ທີ່ສຳຄັນຕ້ອງ ຕອບໂຈດຄວາມຕ້ອງການຂອງລູກຄ້າໃຫ້ໄດ້, ຂໍຝາກຮ້ານແມ່ຄົວຕຸກກີ້ໄວ້ໃນອ້ອມໃຈຂອງລູກຄ້າທຸກໆທ່ານນຳດ້ວຍ, ຮ້ານແມ່ຄົວຕຸກກີ້ສະຖານທີ່ຕັ້ງຢູ່ຮ່ອມ 22, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນລູກຄ້າທ່ານໃດສົນໃຈສາມາດໂທສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່: 020 5839 1982.