ເມືອງເງິນ ປັກດຳເຂົ້ານາປີສຳເລັດແລ້ວ

 ຫ້ອງການກະສິກຳ ແລະປ່າໄມ້ເມືອງເງິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ມາຮອດປະຈຸບັນຊາວກະສິກອນພາຍໃນເມືອງສາມາດປັກດຳເຂົ້ານາປີຂອງຕົນສຳເລັດແລ້ວສຳເລັດ 100% ໃນເນື້ອທີ່ 714,53 ເຮັກຕາ, ເຂົ້າເນີນສູງສຳເລັດ 100% ໃນເນື້ອທີ່ 1.708,22 ເຮັກຕາ, ພືດອຸດສາຫະກຳເນື້ອທີ່ 4.386,10 ເຮັກຕາ ປະຕິບັດໄດ້ 82% ຂອງເນື້ອທີ່ແຜນການທຽບໃສ່ປີຜ່ານມາລຸດລົງ 1.738,14 ເຮັກຕາ ພືດສະບຽງອາຫານ ເນື້ອທີ່ 404 ເຮັກຕາ,ປະຕິບັດໄດ້ 81% ຂອງເນື້ອທີ່ແຜນການ, ທຽບໃສ່ປີຜ່ານມາຫຼຸດລົງ 24,06 ເຮັກຕາ.

  ປະຈຸບັນທົ່ວເມືອງມີສັດລ້ຽງທັງໝົດ 321.161 ໂຕ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1.572 ໂຕ ເທົ່າກັບ 4,7% ທຽບໃສ່ແຜນການປີປະຕິບັດໄດ້ 96,6% ໃນ ນັ້ນມີຊ້າງ 3 ໂຕ, ຄວາຍ 1.260 ໂຕ, ງົວ 13.390 ໂຕ, ໜູ 15.888 ໂຕ, ມ້າ 4 ໂຕ, ແກະ-ແບ້ 1.068 ໂຕ, ສັດປີກ289.548 ໂຕ, ທົ່ວເມືອງມີຊົນລະ ປະທານ 154 ແຫ່ງໃນນີ້ຊົນລະປະທານຖາວອນ 25 ແຫ່ງ ສາມາດສະໜອງນໍ້າໃນລະດູແລ້ງປີຜ່ານມາໃນເນື້ອທີ່ປູກພືດ 500,13 ເຮັກຕາ, ໃນຂະນະວຽກງານປ່າ ໄມ້ຜະລິດເບ້ຍໄມ້ໄດ້ທັງໝົດ 25.535 ເບ້ຍ, ສາມາດປູກໄມ້ໄດ້ທັງໝົດ 15,87 ເຮັກຕາ.

  ປະຈຸບັນເມືອງເງິນມີກອງທຶນພັດທະນາບ້ານຈໍານວນ 20 ກອງທຶນມີສະມາຊິກທັງໝົດ 4.014 ຄົນມີເງິນຝາກພາຍໃນກອງທຶນທັງໝົດ 17,03 ຕື້ກີບ, ປ່ອຍກູ້ 5,81 ຕື້ກີບ, ເງິນຄ້າງຄັງ 11,22 ຕື້ກີບ.