ອິນເດຍຈະພັດທະນາໂຄງສ້າງພື້ນຖານ 7 ພັນໂຄງການ

 ນາຍົກລັດຖະມົນຕີອິນ ເດຍກ່າວສູນທອນພົດ ເນື່ອງ ໃນໂອກາດຄົບຮອບ 74 ປີ ທີ່ອິນ ເດຍໄດ້ຮັບເອກະລາດ ປະກາດ ທຸ້ມງົບມະຫານສານຫຼາຍກວ່າ 90 ພັນຕື້ຣູປີ ເພື່ອພັດທະນາໂຄງ ສ້າງພື້ນ ຖານເຖິງ 7 ພັນໂຄງການ ຊຶ່ງຈະຊ່ວຍກະຕຸ້ນເສດຖະກິດໃຫ້ ຂະຫຍາຍຕົວຫຼາຍຂຶ້ນ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີຂອງອິນເດຍ ກ່າວສູນທອນພົດເນື່ອງໃນໂອກາດຄົບຮອບ 74 ປີ ທີ່ອິນເດຍ ໄດ້ຮັບເອກະລາດຈາກການປົກ ຄອງຂອງອັງກິດລະບຸວ່າ ອິນ ເດຍສາມາດຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19 ໄດ້ ເປັນຢ່າງດີ ແລະວິກິດໂລກລະບາດຄັ້ງນີ້ຖືເປັນບົດຮຽນສຳຄັນ ທີ່ເຮັດໃຫ້ໄດ້ຮຽນຮູ້ວ່າອິນເດຍ ຈະຕ້ອງເພີ່ງພາຕົນເອງໃຫ້ໄດ້ ຫຼາຍທີ່ສຸດເຖິງແມ່ນວ່າພະຍາດ ໂຄວິດ-19 ຈະເປັນວິກິດຄັ້ງໃຫຍ່ ແຕ່ກໍຈະບໍ່ສາມາດຢຸດໄຊຊະນະຂອງອິນເດຍໃນການເພີ່ງພາຕົນເອງໄດ້.

ໂອກາດນີ້ ຜູ້ນໍາອິນເດຍໄດ້ປະກາດທຸ້ມງົບປະມານມະຫາສານຫຼາຍກວ່າ 90 ພັນຕື້ຣູປີ ເພື່ອພັດທະນາໂຄງສ້າງພຶ້ນຖານເຖີງ 7 ພັນໂຄງການ ຊຶ່ງຈະຊ່ວຍກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ ຫຼາຍຂຶ້ນ ໃນຂະນະທີ່ກອງທຶນການ ເງິນສາກົນຄາດວ່າເສດຖະກິດ ອິນເດຍຈະຫົດຕົວ 4,5% ໃນປີ 2020.

--------

ໜັງສືພິມເສດຖະກິດ-ສັງຄົມ