ກຸ່ມຜະລິດກະລໍ່າປີເມືອງກາສີ ຝຶກອົບຮົມກ່ຽວກັບມາດຕະຖານກະສິກຳສະອາດ

 ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້ ແລະອົງການວິນ ຣ໋ອກສາກົນ ພາຍໃຕ້ກິດຈະກໍາໂຄງການສ້າງຄວາມເຊື່ອມໂຍງເພື່ອຂະຫຍາຍເຄືອຂ່າຍກະສິກໍາ ຫຼືໂຄງການຄີຣນທີ່ໄດ້ຮັບການສະໜັບສະໜູນໂດຍກະຊວງກະສິກຳປະເທດອາເມລິກາໄດ້ຈັດການຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜູ້ຜະລິດຜັກກະລໍ່າປີຢູ່ບ້ານຜາຊ້າງເມືອງກາສີກ່ຽວກັບວຽກງານມາດຕະຖານກະສິກໍາສະອາດ,ຂຶ້ນໃນວັນທີ 11 ຫາ 12 ສິງຫາຜ່ານມາໂດຍເປັນປະທານຂອງທ່ານ ພູວົງ ບຸນຊູ ຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງວຽງຈັນ, ມີທ່ານ ຫຼິ່ງ ຫຼ້ອງ ສິດທິໄຊ ຮອງຫົວໜ້າພະແນກແຜນການ ແລະການຮ່ວມມືກົມປູກຝັງທັງເປັນຜູ້ປະສານງານໂຄງການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
  ທ່ານ ພູວົງ ບຸນຊູ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນການນໍາເອົາແນວທາງນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຂອງເມືອງລົງຈັດຕັ້ງປະ ຕິບັດຕົວຈິງຮ່ວມກັບພໍ່ແມ່ປະຊາຊົນກໍ່ຄືກຸ່ມຜູ້ຜະລິດຊາວກະສິກອນຂອງພວກເຮົາໃນການຜະລິດກະສິກໍາໂດຍສະເພາະແມ່ນກຸ່ມປູກຜັກກະລໍ່າປີເພື່ອເລັ່ງໃສ່ຜະລິດກະສິກໍາສະອາດ, ຊຶ່ງແຂວງວຽງຈັນເປັນແຂວງໜຶ່ງທີ່ໄດ້ຈັດຕັ້ງປະຕິບັດໂຄງການໃນນັ້ນມີ 2 ເມືອງຄື: ເມືອງກາສີ ແລະເມືອງວັງວຽງ, ສະເພາະກຸ່ມຜູ້ຜະລິດຜັກກະລໍ່າປີຢູ່ເມືອງກາສີມີທັງໝົດ 7 ບ້ານຄື: ບ້ານຜາຊ້າງ, ພູຄໍາ, ວຽງແກ້ວ, ຫ້ວຍຫົກ, ບວມຜຸກ, ວຽງຄໍາ ແລະບ້ານຈຽງ, ຄາດວ່າຈະມີຊາວກະສິກອນເຂົ້າຮ່ວມຝຶກອົບຮົມທັງ ໝົດຈຳນວນ 123 ທ່ານ, ການຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ຝຶກຢູ່ບ້ານລະ 2 ວັນ ແລະຈະໄດ້ເລີ່ມແຕ່ວັນທີ 11 ຫາ 24 ສິງຫາ ຊຶ່ງເປັນໄລຍະເວລາທີ່ສັ້ນດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທີມງານຄູຝຶກ ແລະນັກສໍາມະນາກອນຈົ່ງພ້ອມກັນເອົາໃຈໃສ່ປຶກສາຫາລື ແລກປ່ຽນບົດຮຽນນໍາກັນພ້ອມກັນຊອກຫາວິທີທາງແກ້ໄຂບັນຫາຈຸດອ່ອນໃນ ການປູກກະລໍ່າປີຢູ່ພາຍໃນບ້ານເພື່ອເຮັດໃຫ້ຜົນຜະລິດກະສິກຳໄດ້ມາດຕະຖານທີ່ດີຕາມຫຼັກການທີ່ກະຊວງກະສິກໍາວາງອອກ.
  ສໍາລັບເອກະສານທີ່ນໍາມາຝຶກອົບຮົມປະກອບມີ: ການພັດທະນາວຽກງານກະສິກໍາໃນ ສປປ ລາວ, ຄວາມສ່ຽງຂອງການປົນເປື້ອນໃນຜົນຜະລິດກະສິກໍາ, ການປະຕິ ບັດກະສິກໍາທີ່ດີ,ແບບຟອມບັນທຶກຂໍ້ມູນການຜະລິດພືດຜັກແບບກະສິກໍາທີ່ດີ, ວິທະຍາການຫຼັງການເກັບກ່ຽວພືດຜັກ ແລະໝາກໄມ້, ຂັ້ນຕອນພື້ນຖານການເກັບກ່ຽວ ຜົນຜະລິດ ແລະມາດຕະຖານການປະຕິບັດກະສິກໍາທີ່ດີສໍາລັບການປູກຜັກກະລໍ່າປີ, ພາຍຫຼັງທີ່ນັກສໍາມະນາກອນໄດ້ຮັບການຝຶກອົບຮົມທາງດ້ານທິດສະດີແລ້ວກໍ່ໄດ້ລົງປະ ຕິບັດຕົວຈິງຢູ່ສວນເພື່ອເຮັດໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງຕື່ມອີກ.