ຝຶກອົບຮົມພາສາອັງກິດແບບເລັ່ງລັດ ໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາ

 ເມື່ອບໍ່ດົນມານີ້ ທີ່ສະໂມສອນວິທະຍາໄລຄູຄັງໄຂ ເມືອງ ແປກ ແຂວງຊຽງຂວາງ ໄດ້ມີກອງປະຊຸມເປີດຊຸດຝຶກອົບຮົມພາສາອັງກິດແບບເລັ່ງລັດໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາກຸ່ມເປົ້າໝາຍຢູ່ບັນດາເມືອງທົ່ວແຂວງ ຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມມັດທະຍົມກະຊວງສຶກສາທິການ ແລະກີລາ, ທ່ານ ທອງ ສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ, ທ່ານ ນາງ ມາຣິສາ ຮຸນເກຣນ (Ms Marisa Hultgren) ຜູ້ປະສານງານໂຄງການສະຖາບັນພາສາອັງກິດ-ຈີນ (ELIC), ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກົມພົວພັນຕ່າງປະເທດກະຊວງສຶກສາທິການ ແລະກີລາ, ຄູ ຝຶກ ແລະສໍາມະນາກອນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງຂອງການເປີດຊຸດຝຶກອົບຮົມຄັ້ງນີ້ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານພາສາອັງກິດໃຫ້ຄູສອນພາສາອັງກິດ ຊັ້ນມັດທະຍົມສຶກສາຢູ່ແຂວງຊຽງ ຂວາງໄດ້ຮັບຄຸນນະພາບທຽບເທົ່າກັບພາກພື້ນ ແລະສາກົນເທື່ອລະກ້າວ, ໂດຍຕໍ່ຍອດຈາກສົກປີຜ່ານມາ ໃນການຈັດຝຶກອົບຮົມພາສາອັງກິດແບບເລັ່ງລັດໃນນັ້ນຈະໄດ້ຝຶກອົບຮົມພາສາອັງກິດໃຫ້ຄູຝຶກຂັ້ນແຂວງທີ່ມາຈາກ 5 ເມືອງຄື: ເມືອງໜອງແຮດ, ເມືອງຄູນ, ເມືອງ ໝອກ, ເມືອງຜາໄຊ ແລະເມືອງພູ ກູດ, ໂດຍສືບເນື່ອງຈາກສົກປີຜ່ານມາ, ສືບຕໍ່ຝຶກອົບຮົມພາສາອັງກິດ ໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາ 2 ເມືອງຕື່ມອີກຄື: ເມືອງ ຄໍາ 60 ທ່ານ ແລະເມືອງແປກ 57 ທ່ານ, ເພື່ອສ້າງຄວາມແຂງແກ່ນ ໃຫ້ແກ່ຄູສອນໃນການສົ່ງຄວາມຮູ້ໃຫ້ແກ່ນັກຮຽນໃນການຈັດການ ຮຽນ-ການສອນພາສາອັງກິດໃນໂຮງຮຽນໃນນັ້ນຈະໄດ້ລົງເລິກທາງດ້ານເຕັກນິກ ແລະວິທີການສິດສອນ, ການສ້າງກິດຈະກໍາທາງດ້ານພາສາອັງກິດເພື່ອໃຫ້ສໍາມະນາກອນຮັບຮູ້ເຂົ້າໃຈ ແລະສາມາດນໍາໄປປະຕິບັດຕົວຈິງໄດ້.

 ໂອກາດນີ້ທ່ານ ທອງສີ ພັນທະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ໂຄງການ (ELIC) ທີ່ໃຫ້ທຶນ ສະໜັບສະໜູນເພື່ອຊຸກຍູ້ສົ່ງເສີມທາງດ້ານພາສາອັງກິດໃຫ້ຄູສອນ ຢູ່ແຂວງຊຽງຂວາງ ໃຫ້ມີຄວາມເຂັ້ມແຂງ ແລະມີປະສິດທິພາບເປັນການຢັ້ງຢືນເຖິງຄວາມຫ່ວງໃຍເອົາໃຈໃສ່ໃນການພັດທະນາລະບົບການສຶກສາ-ກີລາ ຢູ່ແຂວງຊຽງ ຂວາງໃຫ້ກ້າວໜ້າຍິ່ງຂຶ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນ ເຂົ້າຮ່ວມຈົ່ງພ້ອມກັນຍາດແຍ່ງເອົາຄວາມຮູ້ນໍາຄູຝຶກໃຫ້ເຕັມເມັດເຕັມໜ່ວຍ, ຍົກສູງຄວາມຮັບຜິດຊອບຕໍ່ບັ້ນຝຶກອົບຮົມ, ຖືເອົາການປ້ອງກັນ ແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19  ຄວບຄູ່ກັບການຝຶກອົບຮົມເພື່ອເຮັດແນວໃດໃຫ້ບັ້ນຝືກອົບຮົມດໍາເນີນໄປມີຜົນສໍາເລັດ ແລະບັນລຸຕາມຈຸດປະສົງເປົ້າໝາຍ.

--------

ໂດຍ: ຄານສີສະຫວັນ