ໂຮງຮຽນ ມໍຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ.

  ວັນທີ 14 ສິງຫາ 2020 ພະແນກແຜນການ ແລະການລົງ ທຶນແຂວງໄຊຍະບູລີ ໄດ້ມອບອຸປະກອນການຮຽນ-ການສອນ ແລະອຸປະກອນເຄື່ອງຕັດຫຍ້າຈຳນວນ 1 ເຄື່ອງລວມມູນຄ່າທັງໝົດ 5,37 ລ້ານກີບ ໃຫ້ແກ່ໂຮງຮຽນ ມ ຕົ້ນສົງ ເມືອງຫົງສາ ແຂວງໄຊຍະບູລີ ທີ່ຫ້ອງປະຊຸມໂຮງຮຽນແຫ່ງດັ່ງ ກ່າວ, ໂດຍຕາງໜ້າກ່າວມອບຂອງ ທ່ານ ພູວັງ ກອງຊັບ ຮອງຫົວໜ້າພະແນກແຜນການ ແລະການລົງ ທຶນແຂວງໄຊຍະບູລີ ຫົວໜ້າຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງ ແລະນຳໃຊ້ເງິນທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາພ້ອມດ້ວຍທີມງານ ແລະຕາງໜ້າກ່າວ ຮັບໂດຍພະອາຈານ ສົມພອນ ຄຳຈະເລີນ ຜູ້ອຳນວຍການໂຮງຮຽນ ມ ຕົ້ນສົງ ເມືອງຫົງສາ ພ້ອມດ້ວຍຄະນະ ແລະຄູ-ອາຈານ, ເຂົ້າຮ່ວມໃນຄັ້ງນີ້, ມີທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາພ້ອມດ້ວຍຄະນະນຳຂອງເມືອງ.

ໃນໂອກາດນີ້, ພະອາຈານ ສົມພອນ ຄຳຈະເລີນກໍໄດ້ກ່າວຂອບອົກຂອບໃຈ ແລະຮູ້ບຸນຄຸນພ້ອມທັງອວຍພອນໃຫ້ບັນດາທ່ານຈົ່ງ ມີແຕ່ຄວາມສຸກຄວາມຈະເລີນ, ມີສຸຂະພາບພະນາໄມສົມບູນ ແລະຈະເລີນໃນໜ້າທີ່ການງານ, ພ້ອມດຽວກັນນັ້ນທ່ານຍັງກ່າວອີກຕື່ມວ່າຈະນຳເອົາເຄື່ອງຂອງອຸປະກອນດັ່ງກ່າວນີ້ໄປຮັບໃຊ້ເຂົ້າໃນວຽກ ງານການຮຽນ-ການສອນໃຫ້ເກີດດອກອອກຜົນໃນຕໍ່ໜ້າ ແລະດີຂຶ້ນເທື່ອລະກ້າວ.

    ຫຼັງຈາກນັ້ນ, ຄະນະນຳຂອງ ເມືອງຫົງສາກໍໄດ້ນຳພາທີມງານ ພະແນກແຜນການ ແລະການລົງ ທຶນແຂວງໄຊຍະບູລີ ໂດຍສະເພາະແມ່ນຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງ ແລະນຳໃຊ້ ເງິນທຶນພັດທະນາຊຸມຊົນໂຄງການ ໄຟຟ້າພະລັງງານຄວາມຮ້ອນຫົງ ສາລົງເຄື່ອນໄຫວຕິດຕາມຊຸກຍູ້ ໂຄງການກຳລັງຈັດຕັ້ງປະຕິບັດກໍ່ ສ້າງຢູ່ພາຍໃນເມືອງຫົງສາ ໂດຍ ມີ 5 ໂຄງການຄື: ໂຄງການກໍ່ສ້າງຕ້ານເຈື່ອນ ແລະສວນສາທາລະນະຂອງເມືອງມີຄວາມຄືບໜ້າ 20,99%, ໂຄງການກໍ່ສ້າງເສັ້ນ ທາງປູຢາງສອງຊັ້ນເທສະບານເມືອງ 11 ກິໂລແມັດ ມີຄວາມຄືບໜ້າ 41,38%, ໂຄງການກໍ່ສ້າງ ຮ່ອງລະບາຍນໍ້າ, ທາງຍ່າງ 2,5 ກິໂລແມັດ ແລະໄຟຟ້າເຍືອງທາງເທສະບານເມືອງ 13,1 ກິໂລແມັດ ມີຄວາມຄືບໜ້າ 32,5%, ໂຄງການກໍ່ສ້າງໂຮງຮຽນປະຖົມຫົງສາ ມີຄວາມຄືບໜ້າ 53,74% ແລະໂຄງການກໍ່ສ້າງປັບປຸງຕໍ່ເຕີມອາຄານສະໂມສອນຂອງເມືອງແມ່ນກຳລັງຈະດຳເນີນການກໍ່ສ້າງ, ທັງໝົດນີ້ແມ່ນເປັນໂຄງການລົງທຶນຂອງລັດທີ່ນຳໃຊ້ທຶນພັດທະນາທ້ອງຖິ່ນຂອງໂຄງການພະລັງງານ ຄວາມຮ້ອນຫົງສາ.

-----------

ໂດຍ: ກິດຕິສັກ ບົວໄລ