ໜ້າຝົນ ຊັບສິນ ພຣັອບເພີຕີ້ ອະສັງຫາ ຈະມີສ່ວນຫຼຸດໃຫ້ລູກຄ້າ

  ບໍລິສັດ ຊັບສິນພຣັອບເພີຕີ້ ບໍລິສັດໜຶ່ງທີ່ຢູ່ລະດັບແຖວໜ້າດຳເນີນທຸລະກິດກ່ຽວກັບອະສັງຫາລິມະຊັບມາດົນສົມຄວນ ແລະທຸກໂຄງການໃນເທສະການບໍລິສັດແມ່ນຈະຈັດກິດຈະກຳຄືນກຳໄລໃຫ້ລູກຄ້າປະຈຸບັນໄລຍະໜ້າຝົນທາງບໍລິສັດແມ່ນຈັດໂປຣໂມຊັ້ນສ່ວນຫຼຸດ ແລະ ເນັ້ນກິດຈະກຳໃຫ້ລູກຄ້າຈົນຕະຫຼອດໄລຍະຜ່ານມາໄດ້ຮັບຄວາມເຊື້ອໝັ້ນຈາກລູກຄ້າຍ່າງຕໍ່ເນື່ອງຂະນະອະນາຄົດປີ 2020 ທາງບໍລິສັດແມ່ນພ້ອມ ແລະຈັດກິດຈະກຳຫຼາຍຂຶ້ນໂປໂມຊັ້ນສ່ວນຫຼຸດຈ່າຍສົດຜ່ອນເພື່ອໃຫ້ຜູ້ມີເງິນນ້ອຍເຂົ້າມີທີ່ຢູ່ອາໄສໂດຍທາງບໍລິສັດກຽມອີກ 3 ໂຄງການເມືອງໄຊທານີ.

  ທ້າຍອາທິດມານີ້ ທ່ານ ນາງ ສັບພະສິນ ພອນສະຫວັນ ຜູ້ອຳນວຍການບໍລິສັດ ຊັບສິນພຣັອບເພີຕີ້ ຈຳກັດ ຜູ້ດຽວໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມວ່ານັບແຕ່ຈົດທະບຽນເປັນບໍລິສັດ ອະສັງຫາລິມະຊັບ ໃນປີ 2013 າຮອດປະຈຸບັນໄດ້ 5 ປີ,ໂດຍກິດຈະກຳຫຼັກໆທີ່ດຳເນີນແມ່ນແບ່ງຂາຍດິນຈັດສັນ,ປຸກເຮືອນໃຫ້ເຊົ່າ ແລະມີທີ່ດິນໃຫ້ເຊົ່າໃນການດຳເນີນທຸລະກິດບໍລິສັດໄດ້ຖືສຳຄັນຄວາມເປັນເອກະລັກຂອງບໍລິສັດເປັນສ່ວນຫຼາຍກໍຄືການບໍລິການຕ້ອງມີລະບົບຢ່າງດີລະບົບທີ່ດຳເນີນໃນບໍລິ ສັດແມ່ນເລີ່ມຈາກການເລືອກດິນໃຫ້ໄດ້ຕາມມາດຕະຖານທີ່ຕ້ອງການ,

  ທ່ານ ນາງ ສັບພະສິນ ພອນສະຫວັນ ໃຫ້ຮູ້ອີກວ່າທຸກໂຄງການລູກຄ້າສາມາດຈ່າຍໄດ້ຫຼາຍຊ່ອງທາງຄືຈ່າຍສົດ 100% ຂອງມູນຄ່າດິນຈະໄດ້ຮັບສ່ວນຫຼຸດປະ ມານ 8-10% ລວມທັງຂອງແຖມເປັນຄຳ, Gift Voucher, ດິນບ໋ອກສ່ວນຊ່ອງທາງທີສອງຈ່າຍກ່ອນເຄິ່ງໜຶ່ງ ແລະອີກເຄິ່ງໜຶ່ງໄດ້ໃບຕາດິນແລ້ວຈຶ່ງຈ່າຍແມ່ນຈະໄດ້ຮັບສ່ວນຫຼຸດ 5% ພ້ອມ Gift Voucher ແລະດິນບ໋ອກຊ່ອງທາງທີ 3 ຈ່າຍ 30% ຂອງມູນຄ່າດິນ ແລະ ສ່ວນທີ່ເຫຼືອແມ່ນຈ່າຍຜ່ອນ 12-16 ເດືອນ ຂຶ້ນຢູ່ກັບລາຄາຂອງດິນ ແລະ ຄວາມສາມາດຈ່າຍຂອງລູກຄ້າພິເສດອີກຢ່າງໜຶ່ງເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນນີ້ທາງບໍລິສັດໄດ້ຈັດໂປຣໂມຊັ້ນພິເສດຂຶ້ນເພື່ອເປັນການຄືນກຳໄລໃຫ້ກັບລູກຄ້າທັງເປັນທາງເລືອກໃໝ່ອີກໜຶ່ງທາງນອກຈາກໃຫ້ຈ່າຍຜ່ອນໃນລາຄາ 5 ລ້ານກີບ ແລ້ວມີເຄື່ອງແຖມທີ່ເປັນຄຳວັດສະດຸກໍ່ສ້າງ ແລະ ພິເສດສຸດທີ່ຄິດວ່າຍັງບໍ່ມີບໍລິສັດໃດຈັດກໍ່ຄືການຄືນກຳໄລໃຫ້ລູກຄ້າໂດຍພຽງແຕ່ລູກຄ້າຊື້ດິນປະໄວເພື່ອເກັ່ງກຳໄລ ແລະຖ້າເວລາຜ່ານໄປມູນຄ່າຂອງດິນເພີ່ມຂຶ້ນລູກຄ້າຈະໄດ້ເງິນຄືນຕັ່ງແຕ່ມື້ຊື້ໄປຈົນເຖິງຄົບປີ ໃນອັດຕາດອກເບ້ຍ 1% ຂອງມູນຄ່າດິນຕໍ່ເດືອນ ຫຼື 12% ຕໍ່ປີອີກດ້ວຍ.

  ໄລຍະ 1 ປີຜ່ານມາບໍລິສັດເປີດ 3 ໂຄງການຢູ່ທາງ 13 ໃຕ້ ແລະໂນນຄໍປິດຂາຍ ແລະຍັງໂຄງການສຸດທ້າຍເປັນໂຄງການໃຫຍ່ຢູ່ບ້ານໂພນໄຮຄຳມີເນື້ອທີ 20 ເຮັກຕາແບ່ງຂາຍ 500 ກວ່າຕອນ ຊຶ່ງມາຮອດປະຈຸບັນດິນແບ່ງຂາຍໄປແລ້ວ 60% ແລະ 40% ແມ່ນສືບຕໍ່ຂາຍ ແລະ ແຜນປີ 2020 ແມ່ນຈະສ້າງໂຄງການອີກ 2-3 ໂຄງການໂດຍສະເພາະແມ່ນຈະຢູ່ເມືອງໄຊທານີ ແລະ ທາງບໍລິສັດພ້ອມນຳເອົາສິ່ງດີໆ ເພື່ອໃຫ້ລູກຄ້າຜູ້ທີ່ເພິ່ນຕ້ອງການມີເງິນນ້ອຍສາມາດເຂົ້າເຖິງເລືອກຊື້ເປັນເຈົ້າຂອງໄດ້.

ສະໜັບສະໜູນໂດຍ: HONDA

   ແນວໃດກໍ່ຕາມທ່ານໃດຕ້ອງການດິນ ແລະທີ່ຢູ່ອາໄສ ກໍ່ສາມາດເຂົ້າໄປປຶກສາກັບບໍລິສັດ ຊັບສິນພຣັອບເພີຕີ້ ຈຳກັດ ຜູ້ດຽວສະຖານທີ່ຫ້ອງການເພິ່ນຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼືຕິດຕໍ່ສອບຖາມ ເບີ 5579 9782-020 5236 6289.