ສວສ ເຜີຍແຜ່ຜົນການປະເມີນ ການປະຕິບັດໜ້າທີ່ຂອງພະນັກງານ

  ວັນທີ 14 ສິງຫາ ຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ (ສວສ) ກະຊວງສຶກສາທິການ ແລະກີລາໄດ້ຈັດກອງປະຊຸມເຜີຍແຜ່ຜົນການປະເມີນ ການປະຕິບັດໜ້າທີ່ວຽກງານຂອງພະນັກງານສະມາຊິກພັກຜູ້ທີ່ມີຕຳແໜ່ງບໍລິຫານ (ສົກປີ 2019- 2020) ແລະວຽກງານກໍ່ສ້າງ ແລະປັບປຸງພັກຕາມທິດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນໂດຍພາຍໃຕ້ການເປັນປະທານຂອງທ່ານ ອ່ອນແກ້ວ ນວນນະວົງ ຄະນະພັກກະຊວງສຶກສາທິການ ແລະກີລາ,ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ສຸກສະຫວັນ ພອນເທວາ ເລຂາຄະນະພັກຮາກຖານສະຖາບັນ, ຮອງຜູ້ອຳນວຍ ການສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ, ພ້ອມດ້ວຍຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍ, ຫົວໜ້າ-ຮອງຫົວໜ້າ ຈຸ, ສະມາຊິກພັກຕະຫຼອດຮອດພະນັກງານເຂົ້າຮ່ວມ.

 ທ່ານ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອເປັນການເຜີຍແຜ່ຜົນການປະເມີນການປະຕິບັດໜ້າທີ່ວຽກງານຂອງພະນັກງານສະມາຊິກພັກຜູ້ທີ່ມີຕຳແໜ່ງບໍລິຫານ (ສົກປີ 2019-2020) ແລະວຽກງານກໍ່ສ້າງ ແລະປັບປຸງພັກຕາມທິດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ຊຶ່ງ ການປະຕິບັດໜ້າທີ່ວຽກງານໄລ ຍະຜ່ານມາໃນແຕ່ລະດ້ານພາໃນສະຖາບັນຖືວ່າສະມາຊິກພັກ ແລະ ພະນັກງານທີ່ມີຕຳແໜ່ງບໍລິຫານທຸກສະຫາຍແມ່ນມີພາລະບົດບາດ ທີ່ສຳຄັນເປັນຫົວຈັກຫຼັກແຫຼ່ງໃນການປະຕິບັດໜ້າທີ່ຂອງຕົນເອງ, ສະນັ້ນເພື່ອເຮັດວຽກງານຂອງຕົນ ມີຄວາມກ້າວໜ້າຈະຕ້ອງໄດ້ມີການ ປັບປຸງການຈັດຕັ້ງ ແລະປັບປຸງຕົນເອງໄປໃນແຕ່ລະໄລຍະເພື່ອພັດທະນາຕົນເອງ, ປັບປຸງຕົນເອງເຂົ້າໃນກົງຈັກການຈັດຕັ້ງທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ ແລະກົດໝາຍຂອງລັດຖະກອນ.

  ທ່ານ ອ່ອນແກ້ວ ນວນນະວົງ ກ່າວຕື່ມວ່າ: ຜູ້ເຂົ້າຮ່ວມຕ້ອງຖືເປັນວຽກງານທີ່ສຳຄັນເພື່ອຈະໄດ້ປະເມີນເຂົ້າໃນການປັບປຸງການຈັດຕັ້ງບຸກຄະລາກອນ, ປະເມີນ ເພື່ອແຕ່ງຕັ້ງໃໝ່ ຫຼື ແຕ່ງຕັ້ງຄືນ ຕ່າງໆ, ຜູ້ເຂົ້າຮ່ວມທົບທວນຄືນ ວຽກງານຂອງແຕ່ລະພາກສ່ວນ, ຜ່ານມາການຈັດຕັ້ງປະຕິບັດວຽກງານໄດ້ມີຈຸດດີ, ຈຸດອ່ອນ ແລະຂໍ້ຄົງຄ້າງແນວໃດພ້ອມກັນສົ່ງເສີມຈຸດດີ ແລະແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອພັດທະນາວຽກງານ, ຊຶ່ງການຄົ້ນຄວ້າໃນແຕ່ລະກຸ່ມແມ່ນໃຫ້ເອົາໃຈໃສ່ໃນການປະກອບຄຳຄິດເຫັນຕ້ອງມີຄວາມກ້າຫານ, ຕ້ອງເວົ້າ ຕາມຄວາມຈິງ ແລະສຸພາບ, ສ່ວນຜູ້ທີ່ຖືກປະກອບຄຳເຫັນແມ່ນໃຫ້ ເປີດກວ້າງ, ຮັບເອົາການປະກອບຄຳເຫັນຈາກໝູ່ຄະນະເພື່ອນຳໄປພິຈາລະນາ ແລະປັບປຸງຕົນເອງ.

  ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ສະເໜີເອກະສານກ່ຽວກັບວຽກງານກໍ່ສ້າງ ແລະປັບປຸງພັກຕາມທິດສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂອງກະຊວງ ແລະສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ; ແບ່ງກຸ່ມເປັນ 3 ກຸ່ມ ເພື່ອດຳເນີນການຄົ້ນຄວ້າກ່ຽວກັບການສ້າງໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກໜ້ນ ແລະວຽກງານກວດກາພັກຕາມຄຳຖາມເຈາະຈີ້ມແລ້ວຂຶ້ນສະເໜີຜົນການຄົ້ນຄວ້າພ້ອມທັງເປີດຂະບວນການແຂ່ງຂັນສ້າງຂະບວນການ.

------------

ໂດຍ: ບຸນນິກ