ຊາວພຸດ ຮ່ວມໃສ່ບາດຖວາຍສັງຄະທານ ບຸນຫໍ່ເຂົ້າປະດັບດິນ

   ເມື່ອວັນທີ 18 ສິງຫາ 2020 ກົງກັບມື້ແຮມ 14 ຄໍ່າ ເດືອນ 9 ລາວ ຊຶ່ງເປັນວັນບຸນຫໍ່ເຂົ້າປະດັບດິນ, ຊາວພຸດທະສາສະນິກະຊົນໃນຂອບເຂດທົ່ວປະເທດໄດ້ພ້ອມພຽງກັນໃສ່ບາດຖວາຍສັງຄະທານຢູ່ຕາມວັດວາອາຮາມ ຕ່າງໆ ທັງນີ້ກໍເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາດ ແລະຮັກສາໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ.

  ພິທີທາງສາສະໜາຂອງແຕ່ລະວັດໄດ້ເລີ່ມດ້ວຍການໄຫ້ວພະຮັບສິນ, ໃສ່ບາດ, ຟັງເທດສະໜາ, ຄາລະວະຮັບພອນ ແລະຢາດນໍ້າ, ການໃສ່ບາດຖວາຍສັງຄະທານ ຕາມພຸດທະສາສະໜານອກຈາກຈະເປັນການອຸທິດສ່ວນບຸນກຸສົນໃຫ້ແກ່ເຈົ້າກຳນາຍເວນຜູ້ທີ່ລວງ ລັບໄປແລ້ວນັ້ນໃຫ້ໄປສູ່ສຸຂະຕິແລ້ວ ຍັງເຮັດໃຫ້ຕົນເອງມີຄວາມສຸກ, ຄວາມເບີກບານສຳລານໃຈໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານໃນຊີວິດປະຈໍາວັນ, ນອກນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະເປັນການອານຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດໃຫ້ມີຄວາມ ຍືນຍົງຄົງຕົວຢູ່ຄູ່ກັບຄົນລາວຊາວພຸດຕະຫຼອດໄປ.

  ບຸນຫໍ່ເຂົ້າປະດັບດິນນີ້ແມ່ນຖືກ ຈັດຂຶ້ນໃນເດືອນ 9 ດັບຂອງທຸກໆ ປີເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນກຸສົນໄປຫາດວງວິນຍານຜູ້ລ່ວງ ລັບໄປແລ້ວ, ຕາມຄວາມເຊື່ອຂອງຄົນບູຮານວ່າຕອນເຊົ້າມືດຂອງ ວັນນີ້ພະຍາຍົມພິບານໄດ້ປ່ອຍສັດຢູ່ນາຮົກອອກມາຮັບຂອງທານທີ່ຍາດພີ່ນ້ອງສົ່ງໄປ, ສະນັ້ນເຮົາຈຶ່ງນິຍົມເອົາຫໍ່ເຂົ້າປາອາຫານ ແລະໝາກໄມ້ໄປຢາຍຢູ່ຕາມແຄມວັດ, ແຄມເຮືອນ, ແຄມປ່າ, ຫົວໄຮ່ປາຍນາໄວ້ຕາມດິນແຕ່ເຊົ້າດັ່ງນັ້ນ ຈຶ່ງ ເອີ້ນວ່າ: ເຂົ້າປະດັບດິນ.

---------