ລາຍງານລ້າສຸດໄອໂຟນ 12 ຮອງຮັບແອລທີອີອາດມີລາຄາຢູ່ທີ່ 549 ໂດລາ

  @omegaleak ຜູ້ລາຍ ງານຂ່າວວົງໃນໄດ້ທະວິດຂໍ້ມູນວ່າ Apple ອາດເປີດໂຕ iPhone ລຸ້ນໜຶ່ງທີ່ມີລາຄາບໍ່ເຖິງ 600 ໂດລາສະຫະລັດ ໂດຍລະບຸວ່າເປັນ iPhone 12 ລຸ້ນເລີ່ມຕົ້ນຮອງຮັບ LTE(4ຈີ) ໜ້າຈໍ 5,4 ນິ້ວ ຊຶ່ງ ອາດມີລາຄາຢູ່ທີ່ 549 ໂດລາ.

   ສ່ວນ iPhoone 12 Max ລຸ້ນຮອງຮັບ LTE (4ຈີ) ຈະມີລາຄາຢູ່ທີ່ 649 ໂດລາ ແລະທີ່ຮອງຮັບ 5ຈີ ອີກ 3 ລຸ້ນຈະມີລາຄາ 649-749 ໂດລາຫາກຂໍ້ມູນດັ່ງກ່າວເປັນຈິງກໍໝາຍຄວາມວ່າ Apple ອາດເປີດໂຕ iPhone 12 ຈຳນວນຫຼາຍເຖິງ 5 ລຸ້ນໃນປີ 2020 ນີ້ຊຶ່ງຈະມີລາຄາຕ່າງກັນເພື່ອໃຫ້ຄວບຄຸມຜູ້ໃຊ້ໃນຫຼາຍລະດັບໃຫ້ຫຼາຍທີ່ສຸດລາຍງານດັ່ງກ່າວມີຄວາມສອດຄ່ອງກັບຂໍ້ມູນທີ່ @Jon_Prosser ໄດ້ລາຍງານ ເມື່ອເດືອນເມສາ ທີ່ຜ່ານມາວ່າ iPhone 12 ຈໍ 5,1 ນິ້ວຮອງຮັບ 5ຈີ ຈະມີລາຄາຢູ່ທີ່ 649 ໂດລາ ແລະiPhone 12 ຈໍ 6,1 ນິ້ວຮອງຣັບ 5 ຈີຈະມີລາຄາ 749 ໂດລາແຕ່ເຖິງຢ່າງນັ້ນ @Jon_Prosser ໄດ້ທະວິດຂໍ້ມູນລາຄາ iPhone 12 ລຸ້ນອື່ນໆອີກຄື: -iPhone 12 Pro ຈໍ 6,7 ນີ້ວຮອງຮັບ 5ຈີ ລາຄາ 999 ໂດລາ -iPhone 12 Pro Maxຈໍ 6,7 ນິ້ວຮອງຮັບ 5ຈີ ລາຄາ 1.099 ໂດລາ.

   ໄດ້ມີການຄາດການວ່າ Apple ຈະເລີ່ມຂະບວນການຜະລິດ iPhone 12 ຢ່າງຈິງຈັງໃນເດືອນກໍລະກົດ 2020 ແລະຈະເປີດໂຕໃນເດືອນກັນຍາ 2020 ຊຶ່ງຈາກພາບທີ່ຫຼຸດອອກມາກ່ອນໜ້ານີ້ກໍເຮັດໃຫ້ມີຄວາມເປັນໄປໄດ້ວ່າໜ້າຈໍຈະມີດ້ວຍກັນ 3 ຂະໜາດຄື: 5,4 ນິ້ວ, 6,1 ນິ້ວ ແລະ6,7 ນິ້ວ.

---------

ໜັງສືພິມເສດຖະກິດ-ສັງຄົມ