ສຶກສາເມືອງຕຸ້ມລານ ຈັດກອງປະຊຸມພັກແລ້ງທ້າຍປີຮຽນ

   ວັນທີ 17-18 ສິງຫາ 2020 ຫ້ອງການສຶກສາທິການ ແລະກີລາ ເມືອງຕຸ້ມລານ ໄດ້ຈັດກອງປະຊຸມພັກແລ້ງທ້າຍປີຮຽນປະຈຳສົກຮຽນປີ 2019-2020 ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງອາລຸນ ອຸ່ນ ຄຳມະນີ ຮອງເຈົ້າເມືອງຕຸ້ມລານ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງສາລະວັນ, ທ່ານ ບຸນລອດ ຄຸນຍອດປັນຍາ ຫົວໜ້າຫ້ອງການສຶກສາ ທິການ ແລະກີລາ ເມືອງ, ມີຫ້ອງການທີກ່ຽວຂ້ອງ, ແຂກທີຖືກເຊີນ, ຕະຫຼອດຮອດຫົວໜ້າໜວດໂຮງຮຽນ ແລະຄູ-ອາຈານທົ່ວເມືອງເຂົ້າຮ່ວມ.

     ໃນກອງປະຊຸມຍັງໄດ້ຮັບຟັງ ການເຜີຍແຜ່ເອກະສານທີ່ສຳຄັນເປັນຕົ້ນແມ່ນເອກະສານຄຸນທາດການເມືອງ ແລະຄຸນສົມບັດສິນທຳປະຕິວັດ, ເອກະສານການຕ້ານສະກັດກັ້ນການຟອກເງິນ ແລະການສະໝອງທຶນໃຫ້ແກ່ການກໍ່ການຮ້າຍ, ເອກະສານ 3 ຂໍ້ແຂ່ງ ຂັນ 3 ລັກສະນະ 5 ຫຼັກມູນຂອງຂະແໜງ ການສຶກສາ, ເອກະສານກ່ຽວກັບສິງເສບຕິດ, ເອກະສານຄຳແນະນຳເລື່ອງການປະເມີນການປະຕິບັດໜ້າທີ່ຂອງລັດຖະກອນຄູສະບັບເລກທີ 204/ສສກ.ຈມ ລົງວັນທີ 7 ກຸ່ມພາ 2017, ເອກະສານມາດຖານຂອງຄູ, ຄຸນສົມບັດ ແລະຈັນຍາບັນຂອງຄູ, ເອກະສານກອງທຶນສະຫວັດດີການຄູແຫ່ງຊາດສະບັບເລກທີ 700/ສສກ ລົງວັນທີ 6ກຸ່ມພາ 2020 ແລະຜ່ານເອກະສານຂໍ້ຕົກລົງບັນຈຸສັບຊ້ອນບ່ອນປະຈຳ ການຂອງພະນັກງານ-ລັດຖະກອນ ສຶກສາ.

  ນອກຈາກນັ້ນຍັງໄດ້ຜ່ານບົດສະຫຼຸບປະຈຳສົກປີ 2019-2020 ໃນໄລຍະຜ່ານມາວຽກງານການສຶກສາມີຜົນງານທີເປັນພົ້ນເດັ່ນ ຫຼາຍຢ່າງເປັນຕົ້ນແມ່ນວຽກງານ ການເມືອງ-ແນວຄິດ, ການຄຸ້ມຄອງພະນັກງານລັດຖະກອນຄູແມ່ນແນໃສ່ໃຫ້ພະນັກງານຄູ-ອາຈານມີແນວຄິດອຸນອ່ຽງທຸ່ນທ່ຽງ, ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດວຽກງານການສິດສອນໃຫ້ມີຄຸນນະພາບ, ເອົາໃຈໃສ່ໃນການພັດທະນາຕົນເອງ, ການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ດີຂຶ້ນເທື່ອລະກ້າວ, ທັງນີ້ກໍ່ເພື່ອເປັນການຍົກສູງຄຸນນະພາບຂອງຄູໃນການຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ປະຕິບັດ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ5 ຫຼັກມູນຂອງຂະແໜງການສຶກສາໃຫ້ບັນລຸຕາມເປົ້າໝາຍທີ່ວ່າງໄວ້.

  ພ້ອມດຽວກັນນີ້ຍັງໄດ້ມີຄຳ ຖາມເຈາະຈິ້ມກ່ຽວກັບວຽກງານ ກາສຶກສາເພື່ອເຮັດໃຫ້ບັນດາຄູ-ອາຈານສຶກສາ, ຄົ້ນຄວ້າ, ຈຸດດີ ແລະຈຸດອ່ອນໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃນໄລຍະຜ່ານມາເພື່ອເປັນການແລກປ່ຽນຄວາມຮູ້ ແລະຫາທາງອອກດ້ວຍກັນເຮັດໃຫ້ວຽກງານການສຶກສາໃນທົ່ວເມືອງ ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ.

--------

ໜັງສືພິມເສດຖະກິດ-ສັງຄົມ