ຫາລືແຜນພັດທະນາຊັບພະຍາກອນມະນຸດ

  ເມື່ອອາທິດຜ່ານມາທີ່ພະ ແນກສຶກສາທິການ ແລະກີລາ ແຂວງຈຳປາສັກ ໄດ້ມີກອງປະຊຸມ ແຜນພັດທະນາຊັບພະຍາກອນມະນຸດ 5 ປີຂັ້ນແຂວງ (2021- 2025) ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດຂອງທ່ານ ບົວໄຂ ສຸພາອອນ ຫົວໜ້າພະແນກສຶກສາທິ ການ ແລະກີລາແຂວງຈຳປາສັກ, ພ້ອມຄະນະ, ມີພະແນກການຕ່າງໆ ອ້ອມຂ້າງແຂວງ, ຫົວໜ້າຫ້ອງ ການສຶກສາ-ກີລາເມືອງ 9 ຕົວ                                                            ເມືອງ 1 ນະຄອນພະນັກງານວິຊາ ການເຂົ້າຮ່ວມ.

  ກອງປະຊຸມແມ່ນສືບຕໍ່ຜັນຂະຫຍາຍຜົນຂອງກອງປະຊຸມຄະນະພັດທະນາຊັບພະຍາກອນມະນຸດແຫ່ງຊາດຢູ່ບັນດາແຂວງພາກໃຕ້ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ ຊຶ່ງໄດ້ກະກຽມສ້າງແຜນພັດທະນາຊັບພະຍາກອນມະນຸດຂັ້ນແຂວງ, ແນະນຳຮ່າງແຜນພັດທະນາຊັບພະຍາກອນມະນຸດ ຊຶ່ງທັງໝົດ ມີ 5 ພາກ ແລະ6 ແບບຟອມເກັບກຳຂໍ້ມູນ, ການແນະນຳເກັບກຳຂໍ້ມູນສະຖິຕິກ່ຽວກັບການພັດທະນາຊັບພະຍາກອນຂອງແຂວງແມ່ນເພື່ອການວາງຄາດໝາຍ  ແລະວຽກ ງານຈຸດສຸມຂອງການພັດທະນາໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ, ເພີ່ມທະວີວຽກ ງານການເມືອງ-ແນວຄິດເຮັດໃຫ້ທົ່ວປວງຊົນເຊື່ອໝັ້ນອຸດົມການສັງຄົມນິຍົມ, ກໍ່ສ້າງ ແລະຄຸ້ມຄອງພະນັກງານ-ລັດຖະກອນໃຫ້ມີປະສິດທິພາບ ແລະປະສິດທິຜົນ, ພັດທະນາຄວາມຮູ້ພື້ນຖານດ້ານການສຶກສາ ແລະທັກສະວິຊາຊີບ, ສົ່ງເສີມສຸຂະພາບ ແລະພະລານາໄມສົມບູນໃຫ້ທົ່ວປວງຊົນ, ພັດທະນາກໍາລັງແຮງງານ ແລະເພີ່ມຜະລິດຕະພາບແຮງງານເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ ແຮງງານແຕ່ລະໄລຍະ, ອະນຸລັກ ແລະສົ່ງເສີມຄຸນຄ່າດ້ານວັດທະນະທໍາອັນດີງາມຂອງຊາດໃຫ້ທົ່ວປວງຊົນ, ຍຸດທະສາດອື່ນໆ ທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດຫຼັງຈາກນັ້ນກໍມີການ ແບ່ງຄວາມຮັບຜິດຊອບໃນການຕິດຕາມ ແລະປະເມີນຜົນຄວາມຄືບໜ້າຂອງແຕ່ລະຍຸດທະສາດ ແລະຕົວຊີ້ບອກທີ່ຕິດພັນກັບຍຸດທະສາດດັ່ງກ່າວຮູບແບບ, ຮອບວຽນການລາຍງານ ແລະບົດລາຍງານການຕິດຕາມ ແລະການປະເມີນປະຈໍາປີຄົ້ນຄ້ວາປະເມີນຜົນກະທົບຂອງແຜນປະຕິບັດງານ ແລະສະເໜີວິທີການປັບປຸງແກ້ໄຂເພື່ອພັດທະນາກ້າວໜ້າຮອບດ້ານ.

------------

ໜັງສືພິມເສດຖະກິດ-ສັງຄົມ