ສຳພັດທຳມະຊາດ ປ່າສະຫງວນພູຕາສານ

 ໃນລະດູນີ້, ຫຼາຍຄົນ, ຫຼາຍຄອບຄົວນິຍົມໄປທ່ຽວສະຖານທີ່ຕ່າງເພື່ອສຳຜັດກັບທຳມະຊາດເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ, ຖ້າໄດ້ກິນເຂົ້າປ່າແບບຄອບຄົວ ດ້ວຍອາຫານພື້ນບ້ານແລ້ວຍິ່ງ ເພີ່ມສີສັນເຮັດໃຫ້ການພັກຜ່ອນມີຄວາມສຸກຫຼາຍຂຶ້ນຕື່ມອີກ, ປະເທດເຮົາກໍມີສະຖານທີ່ທ່ອງທ່ຽວທຳມະຊາດຫຼາຍແຫ່ງທີ່ມີຄວາມສວຍງາມ ແລະໄດ້ຮັບຄວາມນິຍົມໜຶ່ງໃນນັ້ນປ່າສະຫງວນພູຕາສານ ເປັນສະຖານທີ່ແຫຼ່ງໜຶ່ງທີ່ມີຄວາມສວຍງາມ ແລະໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວພາຍໃນເຂົ້າໄປທ່ຽວຊົມຈັດກິດຈະກຳກິນເຂົ້າປ່າ ສາມັກຄີໃນວັນຕ່າງໆ.

   ປ່າສະຫງວນພູຕາສານ ຕັ້ງຢູ່ ທາງທິດເໜືອຂອງເມືອງຜົ້ງສາລີ ຊຶ່ງມີຊາຍແດນທິດຕາເວັນອອກຕິດກັບ ສປ ຈີນ, ທິດໃຕ້ຕິດກັບເມືອງ ຜົ້ງສາລີ, ທິດເໜືອຕິດກັບ ສປ ຈີນ ແລະທິດຕາເວັນຕົກຕິດກັບເມືອງ ບຸນເໜືອ, ຊຶ່ງເປັນເຂດທີ່ມີສັດນໍ້າ-ສັດປ່າ ແລະຄວາມຫຼາກຫຼາຍທາງ ດ້ານຊີວະນາໆພັນທີ່ຍັງຮັກສາຄວາມອຸດົມສົມບູນດ້ວຍລະບົບນິເວດວິທະຍາ ແລະຊີວະວິທະຍາ.

  ສະຖານທີ່ທ່ອງທ່ຽວປ່າສະຫງວນພູຕາສານຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສ່ຽງຂອງປະເທດລາວ ແລະຍັງເປັນຈຸດດຶງດູດນັກທ່ອງທ່ຽວຂອງແຂວງຜົ້ງສາລີນໍາອີກ, ຖ້າທ່ານໃດໄປແຂວງຜົ້ງສາລີແລ້ວຕ້ອງໄດ້ໄປຮອດໄປເຖິງສະຖານທີ່ແຫຼ່ງນີ້ຖ້າບໍ່ດັ່ງນັ້ນຖືວ່າບໍ່ຮອດຜົ້ງສາລີ.

---------

ໂດຍ: ວົງມະນີ