ກູເກິລແນະນຳຢ່າສ່ຽງດາວໂຫຼດບໍລິການຈາກກູເກິລ ນອກເໜືອຈາກເພລສະໂຕ

 Google Mobile Service ຖືເປັນແພລຕຟອມໃຫ້ບໍລິການແອັບພລິເຄຊັນບົນລະບົບແອນດຣອຍທີ່ມີຜູ້ໃຊ້ງານຫຼາຍທີ່ສຸດໃນໂລກ ແລະເມື່ອບໍ່ດົນມານີ້ກູເກິລໄດ້ອອກມາຢືນຢັນວ່າການຕິດຕັ້ງແອັບພລິ ເຄຊັນຕ່າງໆຂອງກູເກິລບໍ່ວ່າຈະເປັນແອັບພລິເຄຊັນທີ່ຈຳເປັນໃນ ຊີວິດປະຈຳວັນດັ່ງ: Gmail, Google Maps ລວມທັງແອັບພລິເຄຊັນເພື່ອຄວາມບັນເທີງຄື You Tube ຄວນດາວໂຫຼດຜ່ານ Play Store ເທົ່ານັ້ນເພື່ອຫູຸດຄວາມສ່ຽງຈາກຄວາມບໍ່ປອດໄພ.

  ທຣິສຕັນອອສຕຣອຟສກີຜູ້ ອຳນວຍການຝ່າຍກົດໝາຍຂອງ Android & Play ອອກມາສະ ແດງຄວາມຄິດເຫັນວ່າບໍ່ຄວນຕິດຕັ້ງແອັບພລີເຄຊັນ ແລະບໍລິການ ໃດໆຂອງ Google ດ້ວຍວິທີ Sideload ຫຼື ຫາແອັບພລິເຄຊັນມາຕິດຕັ້ງເອງໂດຍບໍ່ຜ່ານ PlayStore ເນື່ອງຈາກແອປບໍ່ມີທີ່ມາ ເຫຼົ່ານີ້ມີຄວາມສ່ຽງສູງທີ່ຈະຕິມັລ ແວຣ ຫຼື ຖືກຄຸກຄາມດ້ານຂໍ້ມູນຈາກອາຊຍະກອນໄຊເບີ.

  ດັ່ງນັ້ນສະມາດໂຟນບາງລຸ້ນ ທີ່ບໍ່ສາມາດໃຊ້ງານ Google Play Store  ໄດ້ຜູ້ໃຊ້ກໍບໍ່ຄວນດາວໂຫຼດແອັບພລິເຄຊັນຈາກເວັບໄຊ Third Party ດ້ວຍຕົນເອງເພື່ອຕິດຕັ້ງໃນຮູບແບບໄຟລ APK (AndroidPackage Kit) ຫຼື ໄຟລທີ່ສາ ມາດຕິດຕັ້ງໃນສະມາດໂຟນແອນດຣອຍເນື່ອງຈາກບໍ່ມີໃຜສາມາດກາຣັນຕີໄດ້ວ່າແຫຼ່ງທີ່ມາຂອງໄຟລ ເຫຼົ່ານີ້ມີຄວາມປອດໄພ 100% ເພາະໄຟລ APK ທີ່ມີໃຫ້ດາວໂຫຼດນອກເໜືອຈາກ Google PlayStore  ຈະເປັນໄຟລ APK ທີ່ບໍ່ຖືກກົດໝາຍ ແລະມັກຈະມີໄວຣັດ ຫຼື ມັລແວຣຕິດມາດ້ວຍດັ່ງນັ້ນກ່ອນ ທີ່ຈະດາວໂຫຼດໄຟລ APK ຈຶ່ງຄວນ ເຊັກແຫຼ່ງທີ່ມາໃຫ້ດີເສຍກ່ອນ.

---------

ໜັງສືິມເສດຖະກິດ-ສັງຄົມ