ທ່ານຄວນຮູ້ອາການແພ້ ແລະສາເຫດທີ່ເຮັດໃຫ້ແພ້ກຸ້ງ

  ກຸ້ງ ແມ່ນອາຫານທະເລທີ່ຫຼາຍຄົນມັກແຕ່ກໍ່ມີຫຼາຍຄົນທີ່ມີອາການແພ້ອາຫານທະເລ ໂດຍສະເພາະແມ່ນອາການແພ້ກຸ້ງການແພ້ກຸ້ງສ່ວນໃຫຍ່ແມ່ນ ເກີດຂຶ້ນຫຼັງຈາກທີ່ພວກເຮົາກິນກຸ້ງປະມານ 1-2 ຊົ່ວໂມງ, ອາການແພ້ກຸ້ງແມ່ນສັງເກດເຫັນຫຼາຍເຊັ່ນວ່າ: ເປັນຜື່ນຂຶ້ນຕາມຕົນໂຕ ແລະຈະມີອາການຄັນ, ຕັນດັງ, ປາກບວມ, ປວດຮາກ, ຖອກທ້ອງ ແລະຖ້າມີອາການແພ້ຫຼາຍຈະມີຈົນຫາຍໃຈບໍ່ອອກໃນກໍລະນີທີ່ມີອາການແພ້ຮຸນແຮງອາດເຮັດໃຫ້ເກີດອາການ ຊ໊ອກໝົດສະຕິ ແລະເສຍຊີວິດໄດ້.

 ສາເຫດທີ່ເຮັດໃຫ້ແພ້ເນື່ອງຈາກວ່າກຸ້ງປະກອບມີສານກໍ່ໃຫ້ເກີດການພູມແພ້ ຊຶ່ງແມ່ນທາດໂປຕີນ hemocyanin ມັກຈະພົບເຫັນສ່ວນຫຼາຍແມ່ນຢູ່ ໃນກ້າມກຸ້ງ ແລະສານໂປຣຕີນລີພິດບາຍດີງ, ທາດໂປຣຕີນຈາກ alpha-actin ມັກຈະພົບເຫັນຢູ່ໃນ ກຸ້ງຫຼາຍເມື່ອມີອາການແພ້ສິ່ງທຳອິດທີ່ເຮົາຄວນ ເຮັດເມື່ອມີອາການແພ້ ແລະເກີດອາການຄັນຄວນທາຢາແກ້ຄັນເພື່ອໃຫ້ບັນເທົາອາການເຊັ່ນ: ຢາຄາລາໄມ ຫຼື ໃຫ້ສັງເກດອາການຖ້າມີອາການຄັນຫຼາຍ, ມີຕຸ່ມຜື່ນແດງຕາມຜິວໜັງທົ່ວຮ່າງກາຍໃຫ້ ໄປພົບແພດໂດຍດ່ວນ.

---------

ຮຽບຮຽງໂດຍ: ຟ້າ