ລາຄາເຂົ້າສານສົ່ງອອກຂອງຫວຽດນາມນຳໜ້າໂລກ

   ຕາມສະຫະສະມາຄົມທັນຍາຫານ ສສ ຫວຽດນາມ (VFA) ລະບຸວ່ານັບແຕ່ກາງເດືອນກໍລະກົດ ປີ 2020, ລາຄາເຂົ້າສານສົ່ງອອກຂອງຫວຽດນາມໄດ້ເພີ່ມຂຶ້ນຢ່າງລຽນຕິດ ແລະປະຈຸບັນໄດ້ລື່ນກາຍລາຄາເຂົ້າສານປະເພດດຽວກັນຂອງຫຼາຍປະເທດ, ບືນຂຶ້ນນຳໜ້າໂລກ.

  ຕາມຂ່າວສານຫວຽດນາມລາຍງານວ່າເປັນປະຫວັດສາດທີ່ການສົ່ງອອກເຂົ້າສານໃນຮອບ 30 ປີ, ນີ້ແມ່ນຄັ້ງທຳອິດທີ່ເຂົ້າສານຫວຽດນາມມີລາຄາສົ່ງອອກເທົ່າທຽມກັບເຂົ້າສານຂອງໄທ. ວິສາຫະກິດສົ່ງອອກເຂົ້າສານຫຼາຍແຫ່ງໄດ້ໃຫ້ຂໍ້ສັງເກດວ່າບັນດານັກນຳເຂົ້າໄດ້ເກັບຊື້ເຂົ້າສານຫວຽດນາມດ້ວຍລາຄາສູງແມ່ນຍ້ອນຄຸນນະພາບເຂົ້າສານຫວຽດນາມໄດ້ຮັບການປົວແປງດີຂຶ້ນຫຼາຍ ນັກຊ່ຽວຊານຫຼາຍທ່ານຖືວ່າ: ລາຄາເຂົ້າສານສົ່ງອອກຂອງຫວຽດນາມພວມມີທ່າອ່ຽງດີຂຶ້ນສ່ວນໜຶ່ງແມ່ນມາຈາກສັນຍາການຄ້າເສລີຫວຽດນາມ-EU (EVFTA). 

  ຕາມສະຖິຕິຂອງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມແລ້ວ, ໃນ 7 ເດືອນ ຕົ້ນປີ 2020, ຫວຽດນາມສົ່ງອອກເຂົ້າສານໄດ້ປະມານ 3.9 ລ້ານໂຕນ,ບັນລຸວົງເງິນ 1.9 ຕື້ໂດລາສະຫະລັດ, ຫຼຸດລົງ 1,4% ທາງດ້ານປະລິມານແຕ່ເພີ່ມຂຶ້ນ 10,9% ທາງດ້ານມູນຄ່າເມື່ອທຽບກັບໄລຍະດຽວກັນຂອງປີ 2019.