ຈີນຈະສ້າງທາງລົດໄຟ 2 ແສນກິໂລແມັດ

   ສປ ຈີນ ຍັງເດີນໜ້າລົງທຶນມະຫາສານໃນການລົງທຶນກໍ່ສ້າງເສັ້ນທາງລົດໄຟໄປຢ່າງໜ້ອຍ 15 ປີ ໂດຍຈະຂະຫຍາຍເຄືອຂ່າຍລົດໄຟຄວາມໄວສູງອີກທົບເຄິ່ງ.

 ຕາມຂ່າວຕ່າງປະເທດລາຍງານວ່າຈີນຈະສ້າງເສັ້ນທາງລົດ ໄຟປະມານ 2 ແສນກິໂລແມັດ ພາຍໃນປີ 2035 ຊຶ່ງເປັນປີຫຼັກໝາຍທີ່ທ່ານ ສີ ຈິ້ນຜິງ ປະທານປະເທດຈີນຈະບັນລຸເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ນັ້ນໝາຍຄວາມວ່າ ຈີນຈະມີເສັ້ນທາງລົດໄຟຕັດຜ່ານທົ່ວປະເທດເພີ່ມຕື່ມອີກ 41% ຈາກປະຈຸບັນທີ່ມີຢູ່ 141.400 ກິໂລແມັດ ພ້ອມທັງເສັ້ນທາງລົດໄຟຄວາມໄວສູງປະມານ 70.000 ກິໂລແມັດ ສຳລັບຂະບວນລົດໄຟທີ່ມີອັດຕາຄວາມໄວສູງກວ່າ 250 ກິໂລແມັດຕໍ່ຊົ່ວໂມງ,ຂໍ້ມູນໃນເດືອນກໍລະກົດທີ່ຜ່ານມາລະບຸວ່າຈີນມີເສັ້ນທາງລົດໄຟຄວາມໄວສູງປະມານ 36.000 ກິໂລແມັດ ຄິດເປັນອັດຕາສ່ວນຫຼາຍກວ່າ 2 ໃນ 3 ຂອງເສັ້ນ ທາງລົດໄຟຄວາມໄວສູງຂອງໂລກ, ທັງນີ້ໃນໄລຍະສິບປີທີ່ຜ່ານມາຈີນລົງທຶນມະຫາສານໄປກັບການກໍ່ສ້າງເສັ້ນທາງລົດໄຟ ແລະ ໃນຕົ້ນປີນີ້ການລົງທຶນຊັບສິນຖາວອນໃນໂຄງການກໍ່ສ້າງເສັ້ນທາງລົດໄຟເພີ່ມຂຶ້ນ 1,2% ທຽບກັບປີກ່ອນຄິດເປັນມູນຄ່າ 325,8 ຕື້ຢວນ ແລະ ການຂະຫຍາຍເສັ້ນທາງບໍ່ພຽງແຕ່ຈະຊ່ວຍຟື້ນຟູເສດຖະກິດຍັງເປັນຍຸດທະສາດໄລຍະຍາວທີ່ຈະສ້າງຕະຫຼາດດຽວຂຶ້ນພາຍໃນປະເທດ.

  ເສດຖະກິດຈີນມີສາມເສົາຫຼັກ ຄື: ການສົ່ງອອກ, ການລົງທຶນອະສັງຫາລິມະຊັບ ແລະໂຄງສ້າງພື້ນຖານໂດຍຂະນະນີ້ຈີນບໍ່ສາມາດເພີ່ງພາການສົ່ງອອກອີກຕໍ່ໄປສ່ວນການລົງທຶນອະສັງຫາລິມະຊັບຍັງຕ້ອງຢູ່ພາຍໃຕ້ການຄວບຄຸມການເກງກໍາໄລຕໍ່ໄປດັ່ງນັ້ນການລົງທຶນໂຄງສ້າງພື້ນຖານຈຶ່ງເປັນເສົາຫຼັກສຸດທ້າຍທີ່ຈະຕ້ອງຊຸກຍູ້ຕໍ່ໄປ.