ບໍ່ແກ້ວ ເຜີຍແຜ່ທໍາມະນູນວ່າດ້ວຍການຈັດຕັ້ງ ແລະເຄື່ອນໄຫວສາສະໜາຄຣິສຕຽນ

  ແຂວງບໍ່ແກ້ວ ຈັດກອງປະຊຸມເຜີຍແຜ່ທໍາມະນູນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສະໜາຄຣິສຕຽນຂອງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ຊຶ່ງ ທໍາມະນູນດັ່ງກ່າວໄດ້ກໍານົດທີ່ຕັ້ງ, ພາລະບົດບາດ,ໜ້າທີ່, ສິດ,ໂຄງປະກອບການຈັດຕັ້ງ, ຫຼັກການ ແລະແບບແຜນວິທີເຮັດວຽກຂອງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ.

  ກອງປະຊຸມເຜີຍແຜ່ທໍາມະນູນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສະໜາຄຣິສຕຽນຂອງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2020ຢູ່ສູນຝຶກຮົມເມືອງຫ້ວຍຊາຍໂດຍການເຂົ້າຮ່ວມຂອງທ່ານ ແສງດາວ ຊົມພູນຸດ ຮອງປະທານບໍລິຫານສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ, ທ່ານ ບຸນມາ ສີລິປັນຍາ ຮອງຫົວໜ້າພະແນກພາຍໃນແຂວງ, ທ່ານ ໜໍ່ ແກ້ວວິໄລ ປະທານສູນຄຣິສຕະຈັກຂ່າວປະເສີດປະຈໍາແຂວງ, ມີບັນດາພະແນກການທີ່ກ່ຽວ ຂ້ອງຂອງແຂວງ, ຫົວ ໜ້າຫ້ອງການພາຍໃນເມືອງ 5 ເມືອງ ແລະປະທານແນວລາວສ້າງຊາດເມືອງ 5 ເມືອງ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ວ່າເພື່ອໃຫ້ຜູ້ເຂົ້າຮ່ວມປະຊຸມມີຄວາມຮູ້ ແລະເຂົ້າໃຈກ່ຽວກັບເນື້ອໃນກ່ຽວກັບເນື້ອໃນຂອງທໍາມະນູນ, ເນື້ອໃນ ຫຼື ຫຼັກຄວາມເຊື່ອພື້ນ ຖານຂອງຊາວຄຣິສຕຽນເວົ້າໂດຍລວມແມ່ນທໍາມະນູນສະບັບນີ້ມີທັງໝົດ 8 ໝວດ 24 ມາດຕາ ຊຶ່ງໄດ້ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະແບບແຜນວິທີເຮັດວຽກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະການເຄື່ອນໄຫວຂອງສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ.