6 ເດືອນ ປກສ ເມືອງວຽງທອງ ແກ້ໄຂຄະດີໄດ້ 41 ເລື່ອງ

   ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2020 ໂດຍການເປັນປະທານຂອງທ່ານ ພັທ ຈອນ ອຸດຕະຍັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງທອງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ ແລະທ່ານ ພັອ ກົງຈັນ ໄຊປັນຍາ ເລຂາຄະນະພັກຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຮາກຖານພັກອ້ອມຂ້າງ, ເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບເຂົ້າຮ່ວມ.


  ທີ່ປະຊຸມໄດ້ຮັບຟັງການສະຫຼຸບ, ຕີລາຄາການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານປະຈໍາ 6 ເດືອນຕົ້ນປີ ແລະທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2020 ຊຶ່ງຄະ ນະພັກ, ຄະນະບັນຊາໄດ້ຖືສໍາຄັນກ່ຽວກັບວຽກງານກໍ່ສ້າງພັກ ແລະຂະຫຍາຍພັກ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ພະນັກງານ-ນັກຮົບໃຫ້ເຂົາເຈົ້າກໍາແໜ້ນ, ເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີສະຕິເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດມາເປັນແບບແຜນ, ໂຄງການ, ແຜນງານອັນລະອຽດຂອງຕົນ ຊຶ່ງສະແດງອອກໃນການນໍາພາເຂົ້າຮ່ວມເຊື່ອມຊຶມເອກະສານຕ່າງໆ 9 ຄັ້ງ, ມີຜູ້ເຂົ້າຮ່ວມ 576 ເທື່ອສະຫາຍ, ຍິງ 78 ເທື່ອສະຫາຍ, ຊຶ່ງເຮັດໃຫ້ໜ່ວຍພັກ ແລະສະມາຊິກພັກຮູ້ນໍາພາການປົກປັກຮັກສາປ້ອງກັນຄວາມສະຫງົບ ແລະ ນໍາພາຊີວິດໃຫ້ດີຂຶ້ນເທື່ອລະກ້າວ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໄດ້ 2 ສະຫາຍ, ຂະຫຍາຍເປົ້າໝາຍຮຽນສະໜັບສະໜູນ 8 ສະຫາຍ, ຍິງ 1 ສະຫາຍ, ເອົາໃຈໃສ່ນໍາພາເຄື່ອນໄຫວເຮັດວຽກງານວິຊາສະເພາະ 6 ເດືອນຜ່ານມາສາ ມາດແກ້ ໄຂ ແລະມ້າງລາຍຄະດີໄດ້ 41 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 24 ຄົນ, ຍິງ 2 ຄົນ, ໃນນີ້ຄະດີອາຍາ 15 ເລື່ອງ, ຜູ້ຖືກຫາ 12 ຄົນ, ຂອງກາງມີລົດຈັກ 1 ຄັນ, ປືນແກັບ 41 ກະບອກ, ປືນຍິງລູກຕະປູ 7 ກະບອກ, ຄະດີເສດຖະກິດເກີດຂຶ້ນ 9 ເລືອງ, ຂອງກາງມີໄມ້ແປຮູບ 88 ຕັບ, ບໍລິມາດ 7.219 ແມັດກ້ອນ, ເຄືອແຮ້ມ 10.475 ກິໂລກຣາມ, ຄະດີຢາເສບຕິດເກີດຂື້ນ 17 ເລື່ອງ, ຜູ້ຖືກຫາ 12 ຄົນ, ຍິງ 2 ຄົນ, ຂອງກາງມີຢາບ້າ 1.163 ເມັດ, ຢາຝີ່ນ 1 ກັບນ້ອຍ, ກັນຊາ 15 ເປົ໋າ, ນໍ້າໜັກ 278 ກິໂລກຣາມ, ລູກປືນ ແຕ່ງລູກຕະປູ 84 ລູກ, ປືນແກັບ 1 ກະບອກ, ຈັກສະຕີ່ນ 1 ເຄື່ອງ, ຄະດີອຸບັດເຫດເກີດຂຶ້ນ 18 ເລື່ອງ, ຄົນໄດ້ຮັບບາດເຈັບທັງໝົດ 67 ຄົນ,ຍິງ 41 ຄົນ, ເສຍຊີວິດ 12 ຄົນ, ຍິງ 6 ຄົນ,ພາຫະນະເປ່ເພທັງໝົດ 31 ຄັນ, ພ້ອມນັ້ນຍັງໄດ້ຊີ້ນໍາ-ນໍາພາແຕ່ງຕັ້ງໜ່ວຍສະເພາະກິດຈັດຕັ້ງເຄື່ອນໄຫວຕ້ານ, ສະກັດກັ້ນ ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງວຽງທອງມີຄວາມປອດໄພປາສະຈາກຜູ້ຕິດເຊື້ອພະຍາດດັ່ງ ກ່າວ ແລະເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພດີ.
 ຕອນທ້າຍທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະທ່ານ ວົງສີ ທອງສີອີນທິປັນຍາ ເຈົ້າເມືອງວຽງທອງໄດ້ຜັດປ່ຽນກັນໂອ້ລົມ ແລະໃຫ້ທິດຊີ້ນໍາ, ຊຶ່ງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະບັນຊາຈົ່ງເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງປົກກະ ຕິຕໍ່ເນື່ອງ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບົບທັນສະໄໝ,ມີວິທະຍາສາດ,ເສີມຂະຫາຍທາດແທ້, ມູນເຊື້ອທັດສະນະ ຫຼັກໝັ້ນຊົນຊັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນ ແລະ ເອົາໃຈໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບຜົນ ສໍາເລັດຢ່າງມີປະສິດທິຜົນສູງ ແລະພ້ອມກັນເອົາໃຈໃສ່ຍົກສູງສະຕິ, ເພີ່ມທະວີເປັນເຈົ້າການຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໃນທົ່ວໂລກບໍ່ໃຫ້ເກີດຂຶ້ນຢູ່ພາຍໃນປະເທດກໍ່ຄືແຂວງບໍລິຄໍາໄຊໂດຍສະເພາະກໍ່ແມ່ນເມືອງວຽງທອງໃຫ້ປອດໄພຈາກພະຍາດດັ່ງກ່າວ ແລະ ມີຄວາມສະຫງົບເປັນ ລະບຽບຮຽບຮ້ອຍຂຶ້ນເລື້ອຍໆ.

---------------

ຂ່າວ: ວຽງໄຊ ມະນີຊັບ 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ