ໂຮງໝໍແຂວງສາລະວັນສະຫຼຸບວຽກງານກາງປີ

  ໂຮງໝໍແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປິ່ນປົວ ແລະຟື້ນຟູໜ້າທີ່ການ 6 ເດືອນຕົ້ນປີ ແລະວາງທິດທາງ 6 ເດືອນທ້າຍປີ 2020 ຂຶ້ນໃນວັນທີ 19 ສິງຫາຜ່ານມາທີ່ຫ້ອງປະຊຸມໂຮງໝໍແຂວງໂດຍການເປັນປະທານຂອງທ່ານ ດຣ ວັນທອງ ບຸນວິໄລ ຜູ້ອຳນວຍການໂຮງໝໍແຂວງສາລະວັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ດຣ ຄຳຄ້າຍ ຄຳສິງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາທ່ານຫົວໜ້າໜ່ວຍງານ, ຮອງໜ່ວຍງານພາຍໃນໂຮງໝໍ, ໂຮງຮຽນສູນຝຶກອົບຮົມສຸຂະພາບຂັ້ນຕົ້ນ ແລະຂະແໜງປິ່ນປົວຈາກພະແນກສາທາລະນະສຸກແຂວງເຂົ້າຮ່ວມ.


  ທ່ານ ດຣ ສົມໝາຍ ແກ້ວມະນີ ຮອງຜູ້ອຳນວຍການໂຮງໝໍແຂວງກໍ່ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວແຜນງານປິ່ນປົວ ແລະຟື້ນຟູໜ້າທີ່ການ ໃນໄລຍະ 6 ເດືອນຜ່ານມາພ້ອມທັງວາງທິດທາງໃນຕໍ່ໜ້າ, ໂຮງໝໍແຂວງສາລະວັນຕັ້ງຢູ່ຈຸດບ້ານໂພນແກ້ວ ເມືອງສາລະວັນ, ໄດ້ສ້າງຕັ້ງຂຶ້ນໃນປີ 1980 ປະກອບມີ 100 ຕຽງ, ມີ 9 ຕຶກນອນປິ່ນປົວຄື: ພາຍໃນ 1, ພາຍໃນ 2, ວັນນະໂລກ, ພາຍນອກ, ອອກລູກພະຍາດຍິງ, ຕຶກເດັກ, ມໍລະສຸມ, ກາຍຍະບຳບັດ, ຕຶກແຍກປ່ຽວ Covid-19 ແລະ ໜ່ວຍງານອື່ນໆ, ພາຍໃນໂຮງໝໍແຂວງມີພະນັກງານທັງໝົດ 193 ຄົນ, ພະນັງານສົມບູນມີ 124 ຄົນ ແລະ ອາສາສະໝັກ 69 ຄົນ, ໃນ 6 ເດືອນຕົ້ນປີມີຄົນເຈັບເຂົ້າມາປິ່ນປົວ ແລະກວດຄື: ກວດເຂດນອກມີ 38 ພັນກວ່າເທື່ອຄົນ, ມີຄົນເຈັບນອນໂຮງໝໍ 5 ພັນກວ່າເທື່ອຄົນ, ປິ່ນປົວດີ 4 ພັນກວ່າເທື່ອຄົນ, ຍັງປິ່ນປົວ 264 ເທື່ອຄົນ, ສົ່ງຕໍ່ຕ່າງແຂວງ 150 ເທື່ອຄົນ, ສົ່ງຕໍ່ຕ່າງ ປະເທດ 2 ເທື່ອຄົນ ແລະ ເສຍຊີວິດ 53 ຄົນ, ພະຍາດສ່ວນໃຫຍ່ທີ່ກວດພົບແມ່ນອັກເສັບຄໍ, ອັກເສັບປອດ, ໄຂ້ຫວັດ, ຖອກທ້ອງ, ກະເພາະອັກເສັບ ແລະອື່ນໆ, ນອກຈາກນັ້ນຍັງໄດ້ປະຕິບັດກິດຈະກຳ 5 ສ (ສ ສະຫວ່າງ, ສ ສະດວກ, ສ ສະອາດ, ສ ສຸຂະລັກສະນະ ແລະ ສ ສ້າງເປັນນິໄສ).
  ທິດທາງຕໍ່ໜ້າສ້າງໂຮງໝໍແຂວງໃຫ້ກາຍເປັນໂຮງໝໍທີ່ເຂັ້ມແຂງໃນການບໍລິຫານຄຸ້ມຄອງ, ການບໍລິການທາງດ້ານການແພດ, ມີຄຸນນະພາບ, ສະເໜີພາບ ແລະຍຸ ຕິທຳ, ຍົກສູງບົດບາດການນຳພາ, ປັບປຸງລະບົບການຈັດຕັ້ງ, ຊັບຊ້ອນປ່ຽນແທນໜ້າທີ່ຕຳແໜ່ງໃຫ້ຖືກຕ້ອງສອດຄ່ອງກັບຄວາມຮູ້ຄວາມສາມາດ, ສຶກສາອົບຮົມການເມືອງ-ແນວຄິດໃນພະນັກງານແພດໝໍ ແລະພະຍາບານໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ຮັບປະກັນຄຸນນະພາບການບໍລິການໃຫ້ໄດ້ຕາມນະ ໂຍບາຍ 5 ດີ, 1 ພໍໃຈຂອງກະຊວງສາທາລະນະສຸກໃຫ້ດີຂຶ້ນເທື່ອລະກ້າວ, ສູ້ຊົນປະຕິບັດຄຳຂວັນທີ່ວ່າ: ຍິ້ມແຍ້ມແຈ່ມໃສບໍລິການວອງໄວໃສ່ໃຈຄຸນນະພາບ ແລະ ມີຄວາມຍຸຕິທຳ, ພ້ອມທັງຫຼຸດຜ່ອນອັດຕາການຕາຍໃນໂຮງໝໍໃຫ້ຕໍ່າກວ່າ 0,1% ແລະການໃຊ້ຢາສົມເຫດສົມຜົນໃຫ້ສູງກວ່າ 85%.

--------------

ຂ່າວ: ສິດຕາ ເພັດວົງສາ 

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ