ກີລາແລ່ນວຽງຈັນຮາຟມາຣາທອນ ຈະຈັດຂຶ້ນຕົ້ນເດືອນມີນາ

   ໃນວັນທີ  14  ກຸມພາ 2019 ສະຫະພັນແລ່ນລານແຫ່ງຊາດຮ່ວມກັບວິສາຫະກິດສ່ວນບຸກຄົນອີເວັ້ນຟໍກູດໄດ້ຈັດຖະແຫຼ່ງຂ່າວ ແລ່ນວຽງຈັນຮາຟມາຣາທອນນານາຊາດປະຈຳປີ  2019  ນຳສະ ເໜີໂດຍທ່ານ ກະເສມ ອິນທະລາ ຄະນະກຳມະການໂອແລັມປິກແຫ່ງ ຊາດ, ທ່ານ ຈັນດີ ພົມມະບຸດ ປະທາສະຫະພັນແລ່ນລານແຫ່ງ ຊາດ, ທ່ານ ແສງພອນ ພົມອາ ມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະກີລາ ພ້ອມບັນດາພາກສ່ວນສະໜັບສະ ໜູນ, ແຂກພາກສ່ວນກ່ຽວຂ້ອງ ແລະນັກກີລາເຂົ້າຮ່ວມ.

  ເພື່ອສືບຕໍ່ເນື່ອງຈາກຜົນສຳ ເລັດຂອງການແຂ່ງຂັນໃນປີທີ່ຜ່ານ ມາຂອງການແລ່ນວຽງຈັນຮາຟມາຣາທອນນານາຊາດ ຊຶ່ງປີນີ້ແມ່ນ ຈັດເປັນຄັ້ງທີ 4 ໂດຍ ຈະຈັດຂຶ້ນໃນວັນທີ 3 ມີນາ 2019 ສຳລັບ ຈຸດປ່ອຍ ແລະເສັ້ນໄຊແມ່ນຢູ່ບໍລິ ເວນປະຕູໂຂງເດີ່ນທາດຫຼວງການແຂ່ງຂັນກີລາລວມມີ 3 ປະເພດຄື: ແລ່ນຮາຟມາຣາທອນໄລຍະທາງ 21 ກິໂລແມັດ, ມິນິມາຣາທອນ 10 ກິໂລແມັດ ແລະແລ່ນຍ່າງ ເພື່ອສຸຂະພາບ 5 ກິໂລແມັດ ໃນນັ້ນໂດຍຈະຈັດອັນດັບ 1-5 ລວມ ທັງເພດຍິງ ແລະເພດຊາຍນອກ ນັ້ນສະເພາະນັກແລ່ນທຸກຄົນຂອງ ປະເພດໄລຍະທາງ 21 ກິໂລແມັດ ແລະ 10 ກິໂລແມັດ ທີ່ແລ່ນເຂົ້າ ເສັ້ນໄຊຕາມກຳນົດເວລາແມ່ນໄດ້ ຈະຮັບຫຼຽນ ແລະ ເງິນລາງວັນພ້ອມກັບໃບຢັ້ງຢືນກິດຈະກຳການແຂ່ງ ຂັນແລ່ນຄັ້ງນີ້ແມ່ນເປັນສ້າງມິດ ຕະພາບຂອງນັກກີລາມວນຊົນໃນ ລະດັບນານາຊາດທັງເປັນການສົ່ງ ເສີມທີ່ໄດ້ອອກກຳລັງກາຍເພື່ອສຸຂະພາບພ້ອມນັ້ນຍັງເປັນການຕິດພັນສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019  ໃຫ້ມີກິດຈະກຳຄຶກຄື້ນໂດຍ ຜ່ານກີລາດັ່ງກ່າວນີ້  ໂດຍສະເພາະ ສ້າງຄວາມປະທັບໃຈທີ່ເປັນເອກະ ລັກໂດດເດັ່ນໃນເສັ້ນທາງແລ່ນໃນ ນະຄອນຫຼວງວຽງຈັນ ທີ່ມີຄວາມ ໜ້າສົນໃຈຫຼາຍຈຸດທີ່ສວຍງາມ.