ສານປະຊາຊົນໄຊຍະບູລີ ມອບໃບຍ້ອງຍໍໃຫ້ຜູ້ມີຜົນງານດີເດັ່ນ

 ສານປະຊາຊົນແຂວງໄຊຍະບູລີໄດ້ຈັດພິທີມອບໃບຍ້ອງຍໍສັນລະເສີນພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນປະຈໍາປີ 2019 ຢູ່ຫ້ອງປະຊຸມຂອງອົງການດັ່ງກ່າວໃນວັນທີ 17 ສິງຫາຜ່ານມາໂດຍໃຫ້ກຽດເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ມີປະທານຮອງປະທານສານປະຊາຊົນແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນສານປະຊາຊົນແຂວງ, ສານປະຊາຊົນເຂດ I ເຂົ້າຮ່ວມ.


   ທ່ານ ຄໍາສິງ ສີບົວພັນ ປະທານສານປະຊາຊົນແຂວງໄຊຍະບູລີໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2020 ໂດຍໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ, ຊຶ່ງໃນໄລຍະ 6 ເດືອນຜ່ານມາສານປະຊາຊົນແຂວງ ແລະ ສານປະຊາຊົນເຂດໄດ້ເອົາໃຈໃສ່ປັບປຸງກົນໄກການປະສານງານແບບແຜນວິທີດໍາເນີນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສຖືກຕ້ອງ ແລະຮັບປະກັນຄວາມຍຸຕິທໍາໃນສັງຄົມໂດຍໄດ້ປະຕິບັດຕາມຄໍາແນະນໍາຂອງສານປະຊາຊົນສູງສຸດກ່ຽວກັບການຍົກສູງປະສິດທິພາບໃນການດໍາເນີນຄະດີເຮັດໃຫ້ການພິຈາລະນາຕັດສິນມີຄຸນນະພາບ ແລະ ປະສິດທິຜົນສູງສະແດງອອກ 6 ເດືອນຜ່ານມາມີຄະດີຄ້າງທັງໝົດ 49 ເລື່ອງ ໃນນີ້ຂັ້ນອຸທອນ 2 ເລື່ອງ, ເຂົ້າໃໝ່ 299 ເລື່ອງ, ຂັ້ນອຸທອນ 4 ເລື່ອງ ລວມທັງໝົດ 348 ເລື່ອງ, ຂັ້ນອຸທອນ 6 ເລື່ອງ, ແກ້ໄຂແລ້ວ 255 ເລື່ອງ, ຂັ້ນອຸທອນ 2 ເລື່ອງ ເທົ່າກັບ 73,28% ຄະດີຄ້າງມາພວມສືບຕໍ່ 93 ເລື່ອງ ຂັ້ນອຸທອນ 4 ເລື່ອງ ເທົ່າກັບ 26,72% ໃນນີ້ຄະດີທີ່ແກ້ໄຂໄປແລ້ວນັ້ນຄູ່ຄວາມມີການຮ້ອງຂໍອຸທອນ 1 ເລື່ອງ ເທົ່າກັບ 0,39%.


   ໃນພິທີຍັງໄດ້ມອບໃບຍ້ອງຍໍສານປະຊາຊົນສູງສຸດໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປະຈໍາປີ 2019 ໃນນີ້ໃບຍ້ອງຍໍບຸກຄົນປະເພດດີເດັ່ນມີ 46 ທ່ານ ແລະໃບຊົມເຊີຍບຸກຄົນປະເພດດີ 4 ທ່ານ; ໃບຍ້ອງຍໍຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ແລະຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງໄຊຍະບູລີຈໍານວນ 26 ສະຫາຍ ໃຫ້ກຽດມອບໂດຍທ່ານ ຍັນຍົງ ສີປະເສິດ ແລະທ່ານ ຄໍາສິງ ສີບົວພັນ.
  ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາພ້ອມທັງໄດ້ເນັ້ນໜັກຄະນະພັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົມສໍາເລັດຕາມລະດັບຄາດໝາຍ ແລະສືບຕໍ່ແກ້ໄຂຄະດີຍັງຄ້າງຄາໃຫ້ສໍາເລັດ, ຖືກຕ້ອງໂປ່ງໃສ ແລະຍຸຕິທໍາ.

------------

ຂ່າວ: ສາຄອນ ໄຊສົມຮັກສາ  

ຮູບພາບ#ຫນັງສືພິມເສດຖະກິດສັງຄົມ