ແຂວງວຽງຈັນ ທາບທາມເນື້ອໃນຮ່າງບົດລາຍງານການເມືອງແລະຮ່າງແຜນພັດທະນາ

   ກອງປະຊຸມທາບທາມເນື້ອໃນຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງ ແລະຮ່າງບົດລາຍງານຫຍໍ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ຄັ້ງທີ VI ຂອງແຂວງວຽງຈັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-21 ສິງຫາ 2020 ທີ່ສູນວັດທະນະທຳຂອງແຂວງ, ມີບັນດາຄະນະພັກ, ຫົວ ໜ້າ, ຮອງຫົວໜ້າຂະແໜງຈາກ 7 ພາກສ່ວນຂອງແຂວງເຂົ້າຮ່ວມທາບທາມຄື: ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ,ພະແນກສຶກສາທິການ ແລະກີລາ, ພະແນກສາທາລະນະສຸກ, ພະແນກແຮງງານ ແລະສະຫວັດດີການສັງຄົມ, ໂຮງໝໍແຂວງ, ວິທະຍາໄລເຕັກນິກ ແລະໂຮງຮຽນ ມສ ໂພນໝີ.

   ໃນກອງປະຊຸມທາບທາມຄັ້ງນີ້ອານຸກຳມະການເນື້ອໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VI ໄດ້ຜັດປ່ຽນກັນຂຶ້ນຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງ ແລະຮ່າງບົດລາຍງານຫຍໍ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ຄັ້ງທີ VI ຂອງແຂວງວຽງຈັນ, ຊຶ່ງຮ່າງລາຍງານດັ່ງກ່າວນີ້ແມ່ນໄດ້ຜ່ານການເກັບກຳຂໍ້ມູນ, ວິເຄາະ, ວິໄຈ, ສັງລວມ ແລະຜ່ານ ການຄົ້ນຄວ້າປຶກສາຫາລືເອກະພາບໃນອານຸກຳມະການເນື້ອໃນກອງປະຊຸມໃຫຍ່ຂອງແຂວງ ແລະໄດ້ນຳສະເໜີຜ່ານກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 10 ແລະ ຄັ້ງທີ 11 ສະໄໝທີ V ຂອງອົງຄະນະພັກແຂວງ,ສະເໜີຜ່ານກອງປະຊຸມສຳມະນາວິທະຍາສາດຂັ້ນແຂວງ ແລະກອງປະຊຸມທົດລອງການທາບທາມຢູ່ທີ່ເມືອງວຽງຄຳ.

  ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນມີຄຳຄິດ, ຄຳເຫັນເພື່ອຈະນຳເອົາເນື້ອໃນການປະກອບຄຳເຫັນ ແລະຈິດໃຈຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້ປະກອບເຂົ້າໃສ່ຮ່າງບົດລາຍງານການເມືອງແລະຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະທິດທາງແຜນການ 5 ປີຕໍ່ໜ້າໃຫ້ອຸດົມສົມບູນທີ່ຈະລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VI ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.