ວຕ ໄຊຍະບູລີລົງເຜີຍແຜ່ວຽກງານຢູ່ເມືອງຫົງສາ

  ໃນວັນທີ 20 ສິງຫາ 2020 ທ່ານ ບຸນທັນ ເພັງສະກຸນ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງໄຊຍະບູລີພ້ອມດ້ວຍທີມງານໄດ້ລົງເຜີຍແຜ່ວຽກງານຢູ່ສະໂມສອນເມືອງຫົງສາ, ເຂົ້າຮ່ວມຮັບຟັງມີທ່ານ ສົມສີ ພົມມະຈັ  ະທານກວດກາພັກ-ລັດ ເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ, ນາຍບ້ານ ແລະຫົວໜ່ວຍທຸລະກິດເຂົ້າຮ່ວມ.

  ທ່ານ ບຸນມີ ສີເມືອງ ຫົວໜ້າຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງຫົງສາກໍ່ໄດ້ຂຶ້ນສະຫຼຸບລາຍງານວຽກງານຮອບດ້ານໂດຍຫຍໍ້ຕໍ່ກອງປະຊຸມຫຼັງຈາກນັ້ນທ່ານ ບຸນທັນ ເພັງສະກຸນ ກໍ່ໄດ້ໃຫ້ກຽດເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີທົ່ວປະເທດຄັ້ງທີ III, ຜົນສຳເລັດກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີທົ່ວແຂວງໄຊຍະບູລີປະຈຳປີ 2019 ແລະການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼືຍຸກ (4.0) ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນ ສຳເລັດໃນການສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານວິທະຍາສາດ ແລະ ເຕັກໂນໂລຊີໄລຍະແຕ່ປີ 2016 –2019, ກອງປະຊຸມໃນຄັ້ງນີ້ໄດ້ຮັບຮອງ 6 ວຽກຈຸດສຸມເພື່ອບັນລຸໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະຍືນຍົງໃນຍຸກອຸດສາຫະກໍາຄັ້ງທີ 4 ຫຼືຍຸກ ( 4.0 ) ເປັນຕົ້ນແມ່ນການສ້າງຄວາມຮູ້ຄວາມເຂົ້າໃຈຂອງສັງຄົມ, ຊຸກຍູ້ ແລະສົ່ງເສີມການປະດິດສ້າງ, ປັບປຸງກົງຈັກການຈັດຕັ້ງ, ປັບປຸງລະບອບ-ລະບຽບການ, ກົນໄກການຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີ,ພັດທະນາຊັບພະຍາກອນມະນຸດ,ພັດທະນາພື້ນຖານໂຄງລ່າງ,ຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ,ສ່ວນກອງປະຊຸມຂອງແຂວງໄດ້ຮັບຮອງ 7 ວຽກຈຸດສຸມເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະຍືນຍົງຂອງ.

   ນອກນັ້ນຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະຜົນສະທ້ອນຂອງການປະຕິວັດອຸດສາຫະກຳຍຸກ 4.0, ກາລະໂອກາດ ແລະ ສິ່ງທ້າທາຍສຳລັບ ສປປ ລາວ, ການພັດທະນາວິທະຍາສາດ ແລະເຕັກໂນໂລຊີຂອງບັນດາປະເທດໃນໂລກ, ບາດກ້າວການພັດທະນາສູ່ຍຸກອຸດສາຫະກໍາ 4.0 ຂອງ ບັນດາປະເທດອາຊຽນ, ບັນດາປັດໄຈພື້ນຖານ ແລະມາດຕະການເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ.

--------------

ຂ່າວ: ໄກເພັດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ